ອີຣານ ຕໍາໜິຕິຕຽນບັນດາປະເທດ ອີຢູ ບໍ່ຍາດແຍ່ງໂອກາດ ພາຍຫຼັງ ອາເມລິກາ ຖອນຕົວອອກຈາກສັນຍາ JCPOA

(VOVWORLD) -ຖ້າຫາກບັນດາປະເທດ ອີຢູ ບໍ່ຢາກຊົມໃຊ້ບັນດາຜົນປະໂຫຍດຈາກຂໍ້ຕົກລົງນິວເຄຼຍ ທີ່ມີຊື່ທາງການວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ແລ້ວ, ບັນດາປະເທດດັ່ງກ່າວ ຈະຕ້ອງກິນແໜງ

ວັນທີ 25 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif ໄດ້ຕໍາໜິຕິຕຽນບັນດາປະເທດ ສະຫະພາບເອີຣົບ (ອີຢູ)ວ່າ ຍັງບໍ່ກະກຽມແຜນການເຄື່ອນໄຫວ ເພື່ອກອບກູ້ບັນດາກາລະໂອກາດດໍາເນີນທຸລະກິດ ຢູ່ ອີຣານ, ພາຍຫຼັງທີ່ ອາເມລິກາ ຖອນຕົວອອກຈາກ ຂໍ້ຕົກລົງນິວເຄຼຼຍ ປີ 2015 ລະຫວ່າງ ອີຣານ ແລະ ກຸ່ມ P5+1  (ເຊິ່ງລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ)

        ລັດຖະມົນຕີ Zarif  ກໍເນັ້ນໜັກວ່າ ຖ້າຫາກບັນດາປະເທດ ອີຢູ ບໍ່ຢາກຊົມໃຊ້ບັນດາຜົນປະໂຫຍດຈາກຂໍ້ຕົກລົງນິວເຄຼຍ ທີ່ມີຊື່ທາງການວ່າ ແຜນການດໍາເນີນງານຮ່ວມຮອບດ້ານ (JCPOA) ແລ້ວ, ບັນດາປະເທດດັ່ງກ່າວ ຈະຕ້ອງກິນແໜງ.

ຕອບກັບ

ຂ່າວ/ບົດ​ອື່ນ