ອີຣານ ຕຳໜິຕິຕຽນຕໍ່ເລື່ອງ ອາເມລິກາ ນາບຂູ່ຟື້ນຟູຄຳສັ່ງຂວ້ຳບາດຂອງສະຫະປະຊາຊາດພຽງລຳພັງຝ່າຍດຽວ

(VOVWORLD) -ບັນດາຄຳກ່າວປາໄສຂອງບັນດາເຈົ້າໜ້າທີ່ອາເມລິກາ “ບໍ່ມີຫຍັງໃໝ່” ແລະ “ບໍ່ແປກປະຫຼາດໃຈ”

ອີຣານ ຕຳໜິຕິຕຽນຕໍ່ເລື່ອງ ອາເມລິກາ ນາບຂູ່ຟື້ນຟູຄຳສັ່ງຂວ້ຳບາດຂອງສະຫະປະຊາຊາດພຽງລຳພັງຝ່າຍດຽວ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Zarif

(ພາບ: AFP/TTXVN)

ວັນທີ 14 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Zarif ໄດ້ອອກສຽງຕຳໜິຕິຕຽນຄຳນາບຂູ່ຫວ່າງມໍ່ໆມານີ້ຂອງອາເມລິກາ ກ່ຽວກັບການຟື້ນຟູທຸກຄຳສັ່ງຂວ້ຳບາດກ່ອນນີ້ຂອງສະຫະປະຊາຊາດ ພຽງລຳພັງຝ່າຍດຽວ ສຳລັບປະເທດອິດສະລາມ ຖ້າຫາກສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ຕໍ່ກຳນົດເວລາຄຳສັ່ງຫ້າມອາວຸດຕ້ານຄືນເຕເຮຣານ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Zarif ຖະແຫຼງວ່າ, ບັນດາຄຳກ່າວປາໄສຂອງບັນດາເຈົ້າໜ້າທີ່ອາເມລິກາ “ບໍ່ມີຫຍັງໃໝ່” ແລະ “ບໍ່ແປກປະຫຼາດໃຈ” ໃນຂະນະທີ່ ວໍຊິງຕັນ ໄດ້ຖອນອອກຈາກຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA), ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5+1 (ລວມມີ ອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015.

ວໍຊິງຕັນ ພວມຊອກຫາວິທີຕໍ່ກຳນົດເວລາຄຳສັ່ງຂວ້ຳບາດຂອງສະຫະປະຊາຊາດ, ເຊິ່ງຄາດວ່າຈະໝົດກຳນົດເວລາໃນເດືອນ ຕຸລາ ຈະມາເຖິງ ຕາມ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ