ອີຣານ ຕຳໜິຕິຕຽນບັນດາປະເທດ “ບໍ່ເປັນເຈົ້າການ” ໃນການປະຕິບັດຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 17 ຕຸລາ, ທ່ານຫົວໜ້າຫ້ອງການປະທານາທິບໍດີອີຣານ Mahmoud Vaezi ຖະແຫຼງວ່າ, ປະເທດນີ້ພ້ອມແລ້ວທີ່ຈະປະຕິບັດບັນດາບາດກ້າວຕໍ່ໄປເພື່ອແນໃສ່ຫຼຸດຜ່ອນຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍປີ 2015 ທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA).

ສຳນັກຂ່າວສານທາງການ IRNA ໄດ້ຄັດຄຳເວົ້າຂອງທ່ານ Vaezi ທີ່ກ່າວເຕືອນວ່າ ຖ້າຫາກບັນດາປະເທດເອີລົບ ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວບໍ່ໄດ້ຮັບການປະຕິບັດຄຳໝັ້ນສັນຍາຊ່ວຍໃຫ້ອີຣານ ໄດ້ຮັບຜົນປະໂຫຍດຈາກເອກະສານດັ່ງກ່າວ, ເຕເຮຣານ ຈະຜັນຂະຫຍາຍບາດກ້າວທີ 4 ເພື່ອຫຼຸດຜ່ອນຄຳໝັ້ນສັນຍາຂອງຕົນໃນ JCPOA. ທ່ານ Vaezi ໄດ້ເຕື້ອງເຖິງສະພາບ “ບໍ່ເປັນເຈົ້າການ” ຂອງບັນດາປະເທດເອີລົບ ເມື່ອປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງ. ທ່ານເນັ້ນໜັກວ່າ: “ຖ້າຫາກຂາດຄວາມດຸ່ນດ່ຽງໃນການປະຕິບັດບັນດາພັນທະທີ່ໄດ້ໃຫ້ຄຳໝັ້ນສັນຍາ, ອີຣານ ຈະມີບັນດາມາດຕະການຈຳເປັນ”.

ຕອບກັບ

ຂ່າວ/ບົດ​ອື່ນ