ອີຣານ ຕຳໜິຕິຕຽນເລື່ອງ ອີຢູ ຕໍ່ກຳນົດເວລາລົງໂທດ

ອີຣານ ຕຳໜິຕິຕຽນເລື່ອງ ອີຢູ ຕໍ່ກຳນົດເວລາລົງໂທດ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ທ່ານ Bahram Qasemi
(ພາບ: Al-Manar TV/TTXVN)

(vovworld) - ວັນ​ທີ 12/04 ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ທ່ານ Bahram Qasemi ​ໄດ້​ອອກສຽງ​ຕຳ​ໜິຕິຕຽນ​ຄຳ​ຕັດສິນ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ທີ່ແກ່ຍາວຄຳ​ສັ່ງ​ລົງ​ໂທດ ອີຣານ ​ຕື່ມ​ອີກ 1 ປີ. ກະຊວງ​ການ​ຕ່າງປະ​ເທດ ອີຣານ ຖື​ວ່າ: ຄຳ​ຕັດສິນ​ດັ່ງກ່າວ​ຂອງ ອີ​ຢູ “ມີ​ຈຸດປະສົງການ​ເມືອງ”, ທ່ານ Qasemi ​ເນັ້ນ​ໜັກ​ວ່າ ອີ​ຢູ ​ເຂົ້າ​ໃຈ​ຢ່າງ​ຜິດ​ພາດ​ກ່ຽວ​ກັບ​ສະ​ພາບ​ການ​ສິດທິ​ມະນຸດ​ຢູ່ ອີຣານ.

        ຖະ​ແຫຼ​ງການ​ຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ​ແນ​ໃສ່​ໂຕ້​ຕອບ​​ເລື່ອງ ວັນ​ທີ 11/04 ອີ​ຢູ ຮັບຮອງ​ເອົາ​ມະຕິ​ແກ່ຍາວ​ຄຳ​ສັ່ງ​ລົງ​ໂທດ ອີຣານ ຕື່ມ​ອີກ 1 ປີ ຈົນ​ຮອດ​ວັນ​ທີ 13/04/2018, ດ້ວຍ​ສາຍ​ເຫດ “ບັນດາ​ການ​ກະທຳ​ທີ່​ລະ​ເມີດ​ສິດທິ​ມະນຸດ​ຢ່າງ​ຮ້າຍ​ແຮງ” ຢູ່​ປະ​ເທດ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ