ອີຣານ ຖະແຫຼງສືບຕໍ່ຫລຸດຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍລົງ

(VOVWORLD) - ທີ່ກອງປະຊຸມຂ່າວດຳເນີນໃນວັນທີ 07 ກໍລະກົດ, ວົງການເຈົ້າໜ້າທີ່ ອີຣານ ຖະແຫຼງວ່າ ປະເທດນີ້ຈະສືບຕໍ່ຫລຸດຜ່ອນຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍປະຫວັດສາດລົງ ຊຶ່ງລົງນາມໃນປີ 2015 ລະຫວ່າງ ເຕເຮຣານ ກັບບັນດາປະເທດມະຫາອຳນາດໃນໂລກ,ຈາກນັ້ນ ຍົກລະດັບການເສີມທາດ ຢູລານຽມ ຂຶ້ນເຖິງ 5% ແນໃສ່ຈຸດປະສົງຜະລິດເຊື້ອໄຟໃຫ້ແກ່ບັນດາໂຮງງານຜະລິດໄຟຟ້າ. 

 ບັນດາເຈົ້າໜ້າທີ່ຂັ້ນສູງ ອີຣານ ກໍ່ເນັ້ນໜັກວ່າ ເຕເຮຣານ ຈະຮັກສາການຫລຸດຄຳໝັ້ນສັນຍາລົງແຕ່ລະຄັ້ງ 60 ວັນ, ເວັ້ນເສຍແຕ່ກໍລະນີ ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງຍົກອອກບັນດາມາດຕະການປົກປ້ອງ ອີຣານ ຕໍ່ບັນດາຄຳສັ່ງລົງໂທດຂອງ ອາເມລິກາ. ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ ອີຣານ ຖະແຫຼງວ່າ ເຂົາເຈົ້າຍັງຊັ່ງຊາການພົບປະເຈລະຈາ.

        ແລະກໍ່ໃນກອງປະຊຸມຂ່າວ, ທ່ານ Ali Rabiei ໂຄສົກລັດຖະບານ ອີຣານ ປະກາດວ່າ ເລີ່ມແຕ່ວັນທີ 08 ກໍລະກົດ, ປະເທດນີ້ ຈະເພີ່ມລະດັບເສີມທາດ ຢູລານຽມ ທີ່ລື່ນກາຍລະດັບ 3,67% - ລະດັບການ ກຳນົດທີ່ໄດ້ຮັບການອະນຸຍາດຂອງຂໍ້ຕົກລົງນິວເຄຼຍ.

        ໃນວັນທີ 07 ກໍລະກົດ, ຫາງສຽງສາກົນກໍ່ຍົກອອກປະຕິກິລິຍາທີ່ແຕກຕ່າງກັນກ່ຽວກັບການກະທຳນີ້ຂອງ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ