ອີຣານ ຖະແຫຼງເດີນຕາມການເຈລະຈານິວເຄຼຍໃຫ້ເຖິງທີ່ສຸດ

(VOVWORLD) -ປະເທດນີ້ຈະສືບຕໍ່ເຂົ້າຮ່ວມບັນດາການເຈລະຈານິວເຄຼຍຢູ່ ວຽນ (ປະເທດ ໂອຕາລິດ) ຈົນຮອດເວລາທີ່ບັນດາຄຳຮຽກຮ້ອງຖືກຕາມກົດໝາຍຂອງ ເຕເຣຮານ ໄດ້ຕ້ອບສະໜອງ ແລະ ບັນລຸ “ຂໍ້ຕົກລົງຢ່າງແຮງ”.
ອີຣານ ຖະແຫຼງເດີນຕາມການເຈລະຈານິວເຄຼຍໃຫ້ເຖິງທີ່ສຸດ - ảnh 1ໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh
(ພາບ: IRNA/TTXVN)

ວັນທີ 14 ມີນາ, ທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດສູງສຸດອີຣານ Ali Shamkhani ຖະແຫຼງວ່າ ປະເທດນີ້ຈະສືບຕໍ່ເຂົ້າຮ່ວມບັນດາການເຈລະຈານິວເຄຼຍຢູ່ ວຽນ (ປະເທດ ໂອຕາລິດ) ຈົນຮອດເວລາທີ່ບັນດາຄຳຮຽກຮ້ອງຖືກຕາມກົດໝາຍຂອງ ເຕເຣຮານ ໄດ້ຕອບສະໜອງ ແລະ ບັນລຸ “ຂໍ້ຕົກລົງຢ່າງແຮງ”.

ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh ເລັ່ງທວງອາເມລິກາ ຍົກອອກຂໍ້ຕົກລົງເພື່ອຟື້ນຟູແຜນການກະທຳລວມຮອບດ້ານ (JCPOA). ທ່ານ Khatibzadeh ເນັ້ນໜັກວ່າ ປະຈຸບັນ, ຍັງບໍ່ທັນຮອດເວລາເພື່ອປະກາດຂໍ້ຕົກລົງຍ້ອນມີບາງບັນຫາສຳຄັນຍັງຖືກປະໄວ້ເຊິ່ງ ອາເມລິກາ ຕ້ອງຕັດສິນ. ຕາມທ່ານແລ້ວ, ພາຍຫຼັງທີ່ ອີຣານ ໄດ້ຮັບຄຳຕອບຂອງ ອາເມລິກາ, ບັນດານັກເຈລະຈາ ອີຣານ ຈະກັບມາ ວຽນ ແລະ ກ້າວໄປເຖິງການບັນລຸໄດ້ຂໍ້ຕົກລົງສຸດທ້າຍ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 14 ມີນາ, ລັດເຊຍ ອອກສຽງປະຕິເສດຂໍ້ມູນຂ່າວທີ່ຖືວ່າ ບັນດາການເຈລະຈາຢູ່ ວຽນ ໄດ້ຖືກໂຈະໄວ. ຖະແຫຼງການຂອງກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ ບັນດາການເຈລະຈາກ່ຽວກັບການຟື້ນຟູ JCPOA ຍັງດຳເນີນໄປເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ