ອີຣານ ຖະແຫຼງເລີ່ມເສີມທາດ urani ເຖິງລະດັບ 20%

(VOVWORLD) - ເປັນຄັ້ງທຳອິດ, ປະລິມານ urani ໄດ້ເສີມ 20% ເຊິ່ງໄດ້ເກັບມາຈາກເຄື່ອງຈັກພົ້ນສູນທັນສະໄໝ IR-6 ໃນວັນທີ 9 ກໍລະກົດ
 
ອີຣານ ຖະແຫຼງເລີ່ມເສີມທາດ urani ເຖິງລະດັບ 20% - ảnh 1ຢູ່ພາຍໃນຮາກຖານເສີມທາດ urani ຂອງ ອີຣານ (ພາບ:ITN)

ວັນທີ 10 ກໍລະກົດ, ອີຣານ ປະກາດໄດ້ເລີ່ມເສີມທາດ urani ເຖິງລະດັບ 20% ໂດຍນຳໃຊ້ບັນດາເຄື່ອງຈັກທີ່ທັນສະໄໝຢູ່ໂຮງງານນິວເຄຼຍໃຕ້ດິນ Fordo. ທ່ານ Behrouz Kamalvandi, ໂຄສົກຂອງອົງການພະລັງງານປະລະມານູ ອີຣານ (IAEO) ຍອມຮັບວ່າ: ເປັນຄັ້ງທຳອິດ, ປະລິມານ urani ໄດ້ເສີມ 20% ເຊິ່ງໄດ້ເກັບມາຈາກເຄື່ອງຈັກພົ້ນສູນທັນສະໄໝ IR-6 ໃນວັນທີ 9 ກໍລະກົດ. ຝ່າຍອີີຣານ ໄດ້ແຈ້ງໃຫ້ອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບການຜັນແປໃໝ່ນີ້ກ່ອນນີ້ 2 ອາທິດ.

        ວິວັດການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກແຕ່ເດືອນ ມີນາ 2022 ຍ້ອນ ອີຣານ ແລະ ອາເມລິກາ ມີທັດສະນະທີ່ແຕກຕ່າງກັນ. ອີຣານ ໄດ້ຍົກອອກບາງເງື່ອນໄຂ, ໃນນັ້ນມີເລື່ອງຮຽກຮ້ອງໃຫ້ ອາເມລິກາ ລົບລ້າງທຸກໆຄຳສັ່ງລົງໂທດທີ່ກ່ຽວຂ້ອງເຖິງຂໍ້ຕົກລົງສະບັບນີ້, ພ້ອມທັງຍົກກຳລັງພິທັກຮັກສາປະຕິວັດອິດສະລາມ ອີຣານ ອອກຈາກບັນຊີລາຍຊື່ອົງການກໍ່ການຮ້າຍ. ແຕ່ເຖິງຢ່າງໃດກໍ່ຕາມ, ວໍຊິງຕັນ ປະຕິເສດບັນດາຄວາມຮຽກຮ້ອງຕ້ອງການຂອງ ເຕເຮຣານ.

ຕອບກັບ

ຂ່າວ/ບົດ​ອື່ນ