ອີີຣານ: ບັນດາມືປືນເຂັ່ນຂ້າຊາວຕ່າງປະເທດ 9 ຄົນຢູ່ເຂດໃກ້ກັບຊາຍແດນ ປາກິດສະຖານ

(VOVWORLD) - ທ່ານ Muhammad Muddasir Tipu, ເອກອັກຄະລັດຖະທູູດ ປາກິດສະຖານ ປະຈຳ ອີຣານ ໄດ້ກັບເມືອປະເທດໃນອາທິດກ່ອນ, ພາຍຫຼັງ ອີຣານ ໄດ້ດຳເນີນການບຸກໂຈມຕີທາງອາກາດແນໃສ່ແຂວງ Balochistan ໃນວັນທີ 16 ມັງກອນ, ດ້ວຍຖະແຫຼງການສະກັດກັ້ນບັນດາມືປືນກໍ່ການຮ້າຍ.
ອີີຣານ: ບັນດາມືປືນເຂັ່ນຂ້າຊາວຕ່າງປະເທດ 9 ຄົນຢູ່ເຂດໃກ້ກັບຊາຍແດນ ປາກິດສະຖານ - ảnh 1(ພາບປະກອບຈາກ IRNA/TTXVN)

ວັນທີ 27 ມັງກອນ, ສຳນັກຂ່າວສານ Mehr ຂອງ ອີຣານ ໄດ້ໃຫ້ຂ່າວກ່ຽວກັບເລື່ອງບັນດາມືປືນໂດຍບໍ່ເຜີຍຊື່ ໄດ້ເຂັ່ນຂ້າຊາວຕ່າງປະເທດ 9 ຄົນຢູ່ແຂວງ Sistan – Baluchestan, ຂຶ້ນກັບເຂດທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດ ອີຣານ, ໃກ້ກັບເຂດຊາຍແດນ ປາກິດສະຖານ. ປະຈຸບັນ, ຍັງບໍ່ທັນມີບຸກຄົນ ຫຼື ກຸ່ມໃດກ່າວສຽງເລື່ອງຍິງປືນນີ້ເທື່ອ. ເຫດຍິງປືນເກີດຂຶ້ນໃນສະພາບການ ອີຣານ ແລະ ປາກິດສະຖານ ອະນຸຍາດ ເອກອັກຄະລັດຖະທູດ ຂອງແຕ່ລະປະເທດກັບຄືນມາສຳນັກງານເຮັດວຽກຢູ່ ນະຄອນ Tehran ຂອງ ອີຣານ ແລະ Islamabad ຂອງ ປາກິດສະຖານ ພາຍຫຼັງບັນດາຄວາມເຄັ່ງຕຶງຫວ່າງແລ້ວນີ້ລະຫວ່າງສອງປະເທດ.

ທ່ານ Muhammad Muddasir Tipu, ເອກອັກຄະລັດຖະທູູດ ປາກິດສະຖານ ປະຈຳ ອີຣານ ໄດ້ກັບເມືອປະເທດໃນອາທິດກ່ອນ, ພາຍຫຼັງ ອີຣານ ໄດ້ດຳເນີນການບຸກໂຈມຕີທາງອາກາດແນໃສ່ແຂວງ Balochistan ໃນວັນທີ 16 ມັງກອນ, ດ້ວຍຖະແຫຼງການສະກັດກັ້ນບັນດາມືປືນກໍ່ການຮ້າຍ. ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອີຣານ ປະຈຳ ປາກິດສະຖານ ເຄີຍມີການປະຕິບັດງານຢູ່ພາຍໃນປະເທດ, ຝ່າຍ ປາກິດສະຖານ ກໍ່ໄດ້ປະຕິເສດໃຫ້ກັບຄືນສຳນັກງານເຮັດວຽກ. ນັບແຕ່ເວລານັ້ນ, ປາກິດສະຖານ ໄດ້ໂຈະ ການພົວພັນທາງການທູດກັບປະເທດບ້ານໃກ້ເຮືອນຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ