ອີຣານ ປະກາດຄວບຄຸມເຂດຊ່ອງ ແຄບທະເລຍຸດທະສາດ Hormuz

ອີຣານ ປະກາດຄວບຄຸມເຂດຊ່ອງ ແຄບທະເລຍຸດທະສາດ Hormuz - ảnh 1

ອີຣານ ຕິດຕັ້ງລູກ​ສອນ​ໄຟ​ໄລຍະ​ສັ້ນ​ໃຫ້​ແກ່​ກຳ​ປັ່ນ​ຢູ່ຊ່ອງ​ແຄບ​ທະ​ເລ Hormuz

(ພາບ:cafedocbao.com)​

( vovworld ) – ວັນ​ທີ 15/7, ທ່ານ Ali Fadavi ຜູ້​ບັນຊາ​ການກອງທັບ​ເຮືອ ອີຣານ ປະກາດ​ວ່າ: ຊ່ອງ​ແຄບ​ທະ​ເລຍຸດ​ທະ​ສາດ Hormuz ພວມ​ນອນ​ໃນ​ສິດ​ຄວບ​ຄຸມ​ທັງ​ໝົດ​ຂອງ​ກອງທັບ ອີຣານ. ທ່ານ Ali Fadavi ​ເນັ້ນໜັກ​ວ່າ: ອີຣານ ພວມຄວບ​ຄຸມ​ອ່າວ Pecxich  ​ແລະ ຊ່ອງ​ທະ​ເລ Hormuz. ຖ້າ​ຫາກ​ວ່າ​ອາ​ເມ​ລິ​ກາ ​ແລະ ອິດສະຣາ​ແອນ ດຳ​ເນີນ​ທຸກໆ​ການ​ກະທຳ​ປໍ​ລະ​ປັກ​ໃດໆ​ຕ້ານ​ຄືນອີຣານ, ​ເຂົາ​ເຈົ້າຈະ​ຕ້ອງທົນ​ຮັບ​ກກຳ   ກ່ອນ​ໜ້ານັ້ນ, ອາ​ເມ​ລິ​ກາ​ ໄດ້ຜັນ​ຂະຫຍາຍ​ກຳ​ປັ່ນດຳນ້ຳ​ທຳລາຍໝາກ​ມິ່ນ​ລອຍເຖິງຊ່ອງ​ແຄບ​ທະ​ເລ Hormuz ​ເພື່ອ​ສະກັດ​ກັ້ນການ​ປິດ​ປະຕູ​ຊ່ອງ​ແຄບ​ທະ​ເລ Hormuz ຂອງ ຊື່​ງ​ແມ່ນ​ສາຍ​ທາງ​ຂົນ​ສົ່ງ​ນຳມັນ​ສຳຄັນ​ກ່ວາ​ໝູ່​ຂອງ​ໂລກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ນັກ​​ໄຈ້​ແຍກຖື​ວ່າ: ອີຣານ ຍາກ​ທີ່​ຈະ​ສາມາດ​ປິດ​ຊ່ອງ​ແຄບ​ທະ​ເລ​ຍຸດ​ທະ​ສາດ​ນີ້​ໄດ້.

   ວັນ​ທີ 15/7, ທ່ານ Heidar Moslehi ລັດຖະມົນຕີ​ສືບ​ລາຊະການ​ລັບອີຣານ ​ປະກາດ​ວ່າ: ປະ​ເທດ​ນີ້​ຫາ​ກໍ່​ທັບ​ມ້າງ​ບັນດາ​ກົນອຸບາຍ​ລອບ​ສັງຫານ​ບັນ​ດາ​ນັກວິທະຍາສາດ. ກະຊວງສືບ​ລາຊະການ​ລັບອີຣານ ຮັບ​ຮູ້​ວ່າ ​ໄດ້​ຈັບ​ຕົວ​ເປົ້າໝາຍຕ້ອງ​ສົງ​ໃສ 20 ຄົນ​ກ່ຽວຂ້ອງ​ເຖິງ​ບັນດາ​ເຫດການ​ເຂັ່ນຂ້າ​ບັນດາ​ຜູ້​ຊ່ຽວຊານ​ນິຍ​ເຄຼຍຂອງ​ປະ​ເທດ​ນີ້​ໃນ 2 ປີຜ່ານມາ.

ຂ່າວ/ບົດ​ອື່ນ