ອີ​ຣານ ປະ​ກາດ​ບັນ​ລຸ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ

(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ Ali Bagheri Kani ໃຫ້ຮູ້ວ່າ ໄດ້ບັນລຸຄວາມຄືບໜ້າທີ່ດີ ໃນການປຶກສາຫາລືກັບບັນດາປະເທດມະຫາອຳນາດຢູ່ ວຽນ (ໂອຕາລິດ), ອາດຈະເປີດທາງໃຫ້ແກ່ການເຈລະຈາຢ່າງແທ້ຈິງກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 (ແຜນການເຄື່ອນໄຫວລວມຮອບດ້ານ - JCPOA) ຢ່າງວ່ອງໄວ.
ອີ​ຣານ ປະ​ກາດ​ບັນ​ລຸ​ຄວາມ​ຄືບ​ໜ້າ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄຼຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມການເຈລະຈາໃນວັນທີ 9 ທັນວາ 2021 ຢູ່ ວຽນ (ພາບ: TTXVN)

ວັນທີ 12 ທັນວາ, ທ່ານຫົວໜ້າຄະນະນັກເຈລະຈານິວເຄຼຍ ອີຣານ, ທ່ານຮອງລັດຖະມົນຕີການຕ່າງປະເທດ Ali Bagheri Kani ໃຫ້ຮູ້ວ່າ ໄດ້ບັນລຸຄວາມຄືບໜ້າທີ່ດີ ໃນການປຶກສາຫາລືກັບບັນດາປະເທດມະຫາອຳນາດຢູ່ ວຽນ (ໂອຕາລິດ), ອາດຈະເປີດທາງໃຫ້ແກ່ການເຈລະຈາຢ່າງແທ້ຈິງກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 (ແຜນການເຄື່ອນໄຫວລວມຮອບດ້ານ - JCPOA) ຢ່າງວ່ອງໄວ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Ali Bagheri Kani ຢັ້ງຢືນວ່າ ອີຣານ ບັນລຸໄດ້ຜົນສຳເລັດໃນຂະບວນວິວັດເຈລະຈາແລ້ວ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກ່າວຄຳເຫັນຜ່ານຊ່ອງໂທລະພາບ Press TV, ທ່ານ Ali Bagheri Kani ໄດ້ຕີລາຄາວ່າ ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງທີ່ຍັງບໍ່ທັນໄດ້ຮັບການແກ້ໄຂໃນການເຈລະຈາຄັ້ງຕ່າງໆຢູ່ ວຽນ ໃນໄລຍະຜ່ານມາ ແລະ ບັນດາບັນຫານີ້ ຄວນໄດ້ຮັບການຕົກລົງຢູ່ຂັ້ນສູງສຸດ. ທ່ານໃຫ້ຮູ້ວ່າ ເຕເຮຣານ ຈະບໍ່ຍອມຮັບບໍ່ວ່າເອກະສານສະບັບໃດນອກຈາກຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມກັບບັນດາປະເທດມະຫາອຳນາດເມື່ອປີ 2015, ພ້ອມທັງເນັ້ນໜັກວ່າ ນີ້ຍັງຄົງແມ່ນ “ເສັ້ນຂີດແດງ” ຂອງ ອີຣານ ໃນການເຈລະຈາທີ່ພວມດຳເນີນຢູ່ ວຽນ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ