ອີ​ຣາ​ນ ​ປະ​ກາດ​​ລື່ນ​ກາຍ​ເປົ້າ​ໝາຍ​ເສີມ​ທາດ​ ຢູ​ລາ​ນຽນ

(VOVWORLD) -ທ່ານ Mohammad Bagher Qalibaf ປະທານສະພາແຫ່ງຊາດ ອີຣານ ໃຫ້ຮູ້ວ່າ ໃນຮອບເວລາບໍ່ຮອດ 1 ເດືອນ, ບັນດານັກວິທະຍາສາດຂອງປະເທດນີ້ໄດ້ ລື່ນກາຍເປົ້າໝາຍເສີມທາດ ຢູລານີໄດ້ 17 ກີໂລກະຣາມຢູ່ລະດັບ 20%.
ອີ​ຣາ​ນ ​ປະ​ກາດ​​ລື່ນ​ກາຍ​ເປົ້າ​ໝາຍ​ເສີມ​ທາດ​ ຢູ​ລາ​ນຽນ - ảnh 1ຮາກຖານເສີມທາດ ຢູລານຽນຂອງ ອີຣານ (ພາບ: Getty)

ວັນທີ 28 ມັງກອນ, ສະຖານີໂທລະພາບແຫ່ງລັດ ອີຣານ ໄດ້ໃຫ້ຂ່າວວ່າ ປະເທດນີ້ໄດ້ລື່ນກາຍເປົ້າໝາຍການເສີມທາດຢູລານຽນ ໄດ້17 ກິໂລກະຣາມ ຢູ່ລະດັບ 20%ໃນຮອບເວລາ 1 ເດືອນ, ຜ່ານນັ້ນ ໄດ້ນຳໂຄງການ ນິວເຄຼຍ ຂອງ ເຕເຮຣານ ຫຍັບໃກ້ກັບລະດັບ ຄວາມສາມາດຜະລິດອາວຸດ ໄດ້.

        ໃນບົດກ່າວປະໄສທີ່ໄດ້ອອກອາກາດທາງໂທລະພາບ ເນື່ອງໃນໂອກາດໄປຢ້ຽມຢາມຮາກຖານ ນິວເຄຼຍ Fordo, ທ່ານ Mohammad Bagher Qalibaf ປະທານສະພາແຫ່ງຊາດ ອີຣານ ໃຫ້ຮູ້ວ່າ ໃນຮອບເວລາບໍ່ຮອດ 1 ເດືອນ, ບັນດານັກວິທະຍາສາດຂອງປະເທດນີ້ໄດ້ ລື່ນກາຍເປົ້າໝາຍເສີມທາດ ຢູລານີໄດ້ 17 ກີໂລກະຣາມຢູ່ລະດັບ 20%.

        ກ່ອນໜ້ານັ້ນ ອີຣານ ໄດ້ປະກາດຈະ ເສີມທາດ ຢູລະນີ 120 ກີໂລກະຣາມ ຢູ່ລະດັບ 20%/ປີ, ທຽບເທົ່າກັບ 12 ກີໂລກະຣາມ/ ເດືອນ. ດັ່ງນັ້ນ, ປະລິມານດັ່ງກ່າວໄດ້ລື່ນກາຍເປົ້າໝາຍເຊິ່ງ ເຕເຮຣານວາງອອກ ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ