ອີຣານ ປະຕິເສດການເຈລະຈາກ່ຽວກັບໂຄງການລູກສອນໄຟ

(VOVWORLD) - ວັນທີ 17 ມັງກອນ, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Bahram Qasemi ໄດ້ປະຕິເສດຂໍ້ມູນຂ່າວທີ່ຖືວ່າ
ອີຣານ ປະຕິເສດການເຈລະຈາກ່ຽວກັບໂຄງການລູກສອນໄຟ - ảnh 1 ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Bahram Qasemi (ພາບ: Gulf-times/TTXVN )

ເຕເຮຣານ ເຫັນດີເຈລະຈາກ່ຽວກັບໂຄງການລູກສອນໄຟຂອງປະເທດນີ້. ທ່ານ Bahram Qasemi ຖືບັນດາຂໍ້ມູນຂ່າວດັ່ງກ່າວ ແມ່ນ “ບໍ່ມີຫຼັກຖານ”, ພ້ອມທັງ ຢັ້ງຢືນເຖິງນະໂຍບາຍ ແລະ ຫຼັກໝັ້ນຂອງ ເຕເຮຣານ ກ່ຽວກັບໂຄງການປ້ອງກັນລູກສອນໄຟ ແມ່ນການເປີດເຜີຍ, ໂປ່ງໃສໂດຍສົມບູນ ແລະ ຖືວ່າ ບັນດາປະເທດອຶ່ນໆ “ຮັບຮູ້ແຈ້ງກ່ຽວກັບສິ່ງດັ່ງກ່າວ”.

        ທ່ານ Bahram Qasemi ຢືນຢັນວ່າ ໂຄງການປ້ອງກັນລູກສອນໄຟຂອງ ອີຣານ ບໍ່ແມ່ນເລື່ອງເພື່ອຍົກອອກມາເຈລະຈາ ແລະ ຫຼັກໝັ້ນຂອງ ເຕເຮຣານ ກ່ຽວກັບບັນຫານີ້ ແມ່ນບໍ່ປ່ຽນແປງ. ໂຄສົກກະຊວງການຕ່າງປະເທດ ອີຣານ ເນັ້ນໜັກວ່າ ໂຄງການລູກສອນໄຟຂອງ ອີຣານ ທາດແທ້ແມ່ນເພື່ອ “ປ້ອງກັນ ແລະ ນາບຂູ່” ແລະ ບໍ່ແມ່ນແນໃສ່ຕ້ານຄືນ ບໍ່ວ່າປະເທດໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ