ອີຣານ ປະຕິເສດຄຳກ່າວຫາຂອງປະທານາທິບໍດີອາເມລິກາ ທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີເຂດສີຂຽວຢູ່ອີຣານ

(VOVWORLD) -ເລື່ອງພົນລະເມືອງ ອາເມລິກາ ຢູ່ໃນສະພາບຖືກຄວາມສ່ຽງຢູ່ຕ່າງປະເທດ ຈະບໍ່ສາມາດເຮັດໃຫ້ຄວາມສົນໃຈກ່ຽວກັບບັນດາການປະລາໄຊຢູ່ອາເມລິກາ ຫຼົງທິດໄດ້.

ອີຣານ ປະຕິເສດຄຳກ່າວຫາຂອງປະທານາທິບໍດີອາເມລິກາ ທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີເຂດສີຂຽວຢູ່ອີຣານ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Java Zarif

(ພາບ: AFP/ TTXVN)

ວັນທີ 24 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Java Zarif ໄດ້ປະຕິເສດຄຳກ່າວຫາຂອງອາເມລິກາ ໂດຍຖືວ່າ, ເຕເຮຣານ ໄດ້ປະຕິບັດການຍິງລູກຈະຫຼວດທີ່ແນໃສ່ສະຖານທູດ ອາເມລິກາ ປະຈຳນະຄອນຫຼວງ ແບກແດດ, ປະເທດອີຣັກ ເມື່ອທ້າຍອາທິດຜ່ານມາ.

        ໃນສື່ສັງຄົມ Twitter, ທ່ານ Javad Zarif ຖືວ່າ, ເລື່ອງພົນລະເມືອງ ອາເມລິກາ ຢູ່ໃນສະພາບຖືກຄວາມສ່ຽງຢູ່ຕ່າງປະເທດ ຈະບໍ່ສາມາດເຮັດໃຫ້ຄວາມສົນໃຈກ່ຽວກັບບັນດາການປະລາໄຊຢູ່ອາເມລິກາ ຫຼົງທິດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ