ອີ​ຣານ​ ປະ​ຕ​ິ​ເສດ​ຄຳ​ຮ້ອງ​ທຸກຂອງ IAEA ກ່ຽວ​ກັບ​ບັນ​ຫາ​ການ​ກວດ​ກາ​ຮາກ​ຖານ​ນິວ​ເຄຼຍ

(VOVWORLD) -ຢູ່ກອງປະຊຸມຄະນະຜູ້ອຳນວຍການ IAEA ຢູ່ ວຽນນາ ທີ່ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ, ສະຫະພາບ ເອີລົບ (EU) ໄດ້ອອກຖະແຫຼງການເລັ່ງທວງອີຣານ ອະນຸຍາດໃຫ້ບັນດານັກກວດກາຂອງ ອົງການນີ້ ສຳຜັດກັບບັນດາຮາກຖານນິວເຄຼຍຢ່າງທັນການ.
ອີ​ຣານ​ ປະ​ຕ​ິ​ເສດ​ຄຳ​ຮ້ອງ​ທຸກຂອງ IAEA ກ່ຽວ​ກັບ​ບັນ​ຫາ​ການ​ກວດ​ກາ​ຮາກ​ຖານ​ນິວ​ເຄຼຍ - ảnh 1ຮາກຖານນິວເຄຼຍ Sanjarian ຂອງອີຣານ (ພາບ:  AFP/TTXVN)

 ວັນທີ 17 ກັນຍາ ອີຣານ ໄດ້ອອກຖະແຫຼງການປະຕິເສດຄຳຮ້ອງທຸກຂອງ ອົງການພະລັງງານປະລະມານູ ສາກົນ (IAEA) ໂດຍຖືວ່າ ເຕເຮຣານ ບໍ່ອະນຸຍາດໃຫ້ບັນດານັກກວດກາຂອງ IAEA ເຂົ້າເຖິງຮາກຖານນິວເຄຼຍ ຂອງປະເທດນີ້. ອີຣານ ຢັ້ງຢືນວ່າ ຮາກຖານນີ້ ບໍ່ນອນໃນຂອບເຂດຂໍ້ຕົກລົງຫວ່າງມໍ່ໆມານີ້ ລະຫວ່າງສອງຝ່າຍ. ໃນຖະແຫຼງການທີ່ໄດ້ລົງໃນສື່ສັງຄົມອອນລາຍ, ທ່ານ Kazem Gharibabadi ເອກອັກຄະລັດຖະທູດ ອີຣານ ປະຈຳ IAEA ເນັ້ນໜັກເຖິງຖະແຫຼງການທີ່ອອກໃນວັນທີ 26 ກັນຍາຂອງ IAEA ແມ່ນ “ບໍ່ຖືກຕ້ອງ ແລະ ຢູ່ນອກຂໍ້ມາດຕາຂອງຂໍ້ຕົກລົງລະຫວ່າງສອງຝ່າຍ”. ຕາມທ່ານແລ້ວ, ໃນບັນດາການປຶກສາຫາລື ຢູ່ ເຕເຮຣານ ແລະ ວຽນນາ, ອີຣານ ໄດ້ຊີ້ແຈ້ງວ່າ ບັນດາວັດຖຸອຸປະກອນຕິດຕາມກວດກາ ຂອງ IAEA ຢູ່ເຂດປະສົມນິວເຄຼຍຮາກຖານ ນິວເຄຼຍ TESA Karaj ບໍ່ນອນໃນຂໍ້ຕົກລົງນີ້.

ຢູ່ກອງປະຊຸມຄະນະຜູ້ອຳນວຍການ IAEA ຢູ່ ວຽນນາ ທີ່ໄດ້ຈັດຂຶ້ນໃນວັນທີ 27 ກັນຍາ, ສະຫະພາບ ເອີລົບ (EU) ໄດ້ອອກຖະແຫຼງການເລັ່ງທວງອີຣານ ອະນຸຍາດໃຫ້ບັນດານັກກວດກາຂອງ ອົງການນີ້ ສຳຜັດກັບບັນດາຮາກຖານນິວເຄຼຍຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ