ອີ​ຣານ ປະ​ຕິ​ເສ​ດ​ຄຳ​ຮຽກ​ຮ້ອງ​ລະ​ງັບ​ໃຈ​ຂອງ​ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) - ວັນທີ 13 ສິງຫາ, ອຳນາດການປົກຄອງ ອີຣານ ໄດ້ປະຕິເສດຄຳຮຽກຮ້ອງຂອງບັນດາປະເທດຝ່າຍຕາເວັນຕົກ ກ່ຽວກັບການຍົກເລີກຄຳນາບຂູ່ໂຕ້ຕອບ ອິດສະຣາແອັນ ທີ່ກ່ຽວຂ້ອງເຖິງເຫດຜູ້ນຳການເມືອງຂອງຂະບວນການ ອິດສະລາມ ຮາມາດສ Ismail Haniyeh, ເສຍຊີວິດໃນບັ້ນບຸກໂຈມຕີຢູ່ ເຕເຮຣານ (ອີຣານ) ເມື່ອທ້າຍເດືອນ ກໍລະກົດ.
ອີ​ຣານ ປະ​ຕິ​ເສ​ດ​ຄຳ​ຮຽກ​ຮ້ອງ​ລະ​ງັບ​ໃຈ​ຂອງ​ຝ່າຍ​ຕາ​ເວັນ​ຕົກ - ảnh 1ໂຄສົກກະຊວງການຕ່າງປະເທດ ອີຣານ, ທ່ານ Naser Kanani (ພາບ: IRNA/TTXVN)

 ໃນແຈ້ງການສະບັບໜຶ່ງ, ທ່ານ Nasser Kanami ໂຄສົກກະຊວງການຕ່າງປະເທດ ອີີຣານ ໄດ້ຊີ້ແຈ້ງເລື່ອງບັນດາປະເທດ ຝລັ່ງ, ເຢຍລະມັນ ແລະ ອັງກິດ ຮຽກຮ້ອງໃຫ້ ອີຣານ ຍົກເລີກການກະທຳໂຕ້ຕອບທີ່ໄປຝືນກັບຫຼັກການ ແລະ ຂໍ້ກຳນົດຂອງກົດໝາຍສາກົນ.

        ວັນທີ 31 ກໍລະກົດ, ຜູ້ນຳຂະບວນການ ຮາມາດສ Ismail Haniyeh ໄດ້ຖືກເສຍຊີວິດໃນເຫດບຸກໂຈມຕີ ເພື່ອແນໃສ່ເຮືອນຮັບແຂກ, ເຊິ່ງເປັນບ່ອນທີ່ ທ່ານກຳລັງພັກ ຢູ່ທາງທິດເໜືອ ນະຄອນຫຼວງ ເຕເຮຣານ ຂອງ ອີຣານ. ອີຣານ ແລະ ຮາມາດສ ໄດ້ກ່າວຫາ ອິດສະຣາແອັນ ປະຕິບັດເຫດບຸກໂຈມຕີດັ່ງກ່າວ. ອິດສະຣາແອັນ ບໍ່ຍອມຮັບ ແຕ່ກໍບໍ່ປະຕິເສດຄຳກ່າວຫາດັ່ງກ່າວ. ການກະທຳດັ່ງກ່າວ ໄດ້ຮັບຖືວ່າ ອາດຈະເຮັດໃຫ້ເພີ່ມຄວາມສ່ຽງເຮັດໃຫ້ການປະທະກັນແຜ່ລາມກວ່າຢູ່ຕາເວັນອອກກາງ ໃນສະພາບການປະທະກັນລະຫວ່າງ ອິດສະຣາແອັນ ກັບ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ຍັງສືບຕໍ່ດຳເນີນ.


ຕອບກັບ

ຂ່າວ/ບົດ​ອື່ນ