ອີຣານ ປະຕິເສດເລື່ອງອະນຸຍາດໃຫ້ນັກກວດກາ ຂອງ IAEA ເຂົ້າເຖິງຮາກຖານນິວເຄຼຍ

(VOVWORLD) -ຖະແຫລງການຂອງ IAEA ໃຫ້ຮູ້ວ່າ: ນັບແຕ່ວັນທີ 20 -22 ກັນຍາ ອີຣານ ໄດ້ອະນຸຍາດໃຫ້ນັກກວດກາຂອງ IAEA ໄດ້ເຂົ້າເຖິງບັນດາອຸປະກອນຕິດຕາມຂອງອົງການນີ້ .
ອີຣານ ປະຕິເສດເລື່ອງອະນຸຍາດໃຫ້ນັກກວດກາ ຂອງ IAEA ເຂົ້າເຖິງຮາກຖານນິວເຄຼຍ  - ảnh 1ຮາກຖານ ນິວເຄຼຍ Natanz Uranium Enrichment Facility ຂອງອີຣານ. (ພາບ:IRIB/ AP)

  ວັນທີ 26 ກັນຍາ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ: ອີຣານ ບໍ່ອາດເຄົາລົບບັນດາຂໍ້ມາດຕາຂອງຂໍ້ຕົກລົງທີ່ບັນລຸໄດ້ກ່ອນນີ້ 2 ອາທິດໂດຍອະນຸຍາດໃຫ້ບັນດານັກກວດກາຂອງ IAEA ຕິດຕັ້ງບັນດາອຸປະກອນຕິດຕາມ ຢູ່ ອີຣານ. ຜູ້ອຳນວຍການໃຫຍ່ IAEA ເນັ້ນຫນັກວ່າ ຂໍ້ຕົກລົງຂອງ ອີຣານ ບໍ່ອະນຸຍາດໃຫ້ນັກກວດກາຂອງ IAEA ເຂົ້າກວດກາຈັກພົ້ນສູນ TESA Karaj ແມ່ນໄປຝືນກັບບັນດາຂໍ້ມາດຕາຊື່ງໄດ້ເຫັນດີໃນຂໍ້ຕົກລົງຮ່ວມທີ່ປະກາດເມື່ອວັນທີ 12 ກັນຍາ.

ຖະແຫລງການຂອງ IAEA ໃຫ້ຮູ້ຕື່ມອີກວ່າ ນັບແຕ່ວັນທີ 20 -22 ກັນຍາ ອີຣານ ໄດ້ອະນຸຍາດໃຫ້ນັກກວດກາຂອງ IAEA ໄດ້ເຂົ້າເຖິງບັນດາອຸປະກອນຕິດຕາມຂອງອົງການນີ້ ແລະ ແທນໃຫ້  USB ບັນທຶກຢູ່ທຸກບ່ອນທີ່ຈຳເປັນຢູ່ ອີຣານ ນອກເຫນືອຮາກຖານຜະລິດຈັກພົ້ນສູນຢູ່ກຸ່ມປະສົມຈັກພົ້ນສູນ TESA Karaj. ກ່ອນຫນ້ານັ້ນ ຮາກຖານນີ້ ຖືກທຳລາຍເມື່ອເດືອນມິຖຸນາ ເຮັດໃຫ້ 1 ໃນ 4 ເຄື່ອງcamera ຂອງ IAEA ຕິດຕັ້ງຢູ່ທີ່ນີ້ຖືກທຳລາຍ. IAEA ໄດ້ຮຽກຮ້ອງໃຫ້ ອີຣານ ຕ້ອງອະທິບາຍ ແລະ ສົ່ງ USB ຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ