ອີ​ຣານ ພິ​ຈາ​ລະ​ນະ​ກໍ​ລະ​ນີ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ຕິດ​ຕາມກວດ​ກາ​ນິວ​ເຄຼຍ

(VOVWORLD) - ທ່ານ Ali Rabii  ໂຄສົກລັດຖະບານ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ພວມພິຈາລະນາເລື່ອງອາດ ຈະຕໍ່ກຳນົດເວລາຂໍ້ຕົກລົງທີ່ອະນຸຍາດໃຫ້ອົງການພະລັງານປະລະມານູສາກົນຕິດຕາມກວດກາບັນດາຮາກຖານນິວເຄຼຍ ຂອງ ອີຣານ ເປັນການຊົ່ວຄາວຫຼືບໍ. 
 ອີ​ຣານ ພິ​ຈາ​ລະ​ນະ​ກໍ​ລະ​ນີ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ຕິດ​ຕາມກວດ​ກາ​ນິວ​ເຄຼຍ - ảnh 1ຮາກຖານນິວເຄຼຍ ພາກໃຕ້ ອີຣານ (ພາບ:AFP/TTXVN)

ວັນທີ 29 ມິຖຸນາ, ທ່ານ Ali Rabii  ໂຄສົກລັດຖະບານ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ພວມພິຈາລະນາເລື່ອງອາດ ຈະຕໍ່ກຳນົດເວລາຂໍ້ຕົກລົງທີ່ອະນຸຍາດໃຫ້ອົງການພະລັງານປະລະມານູສາກົນຕິດຕາມກວດກາບັນດາຮາກຖານນິວເຄຼຍ ຂອງ ອີຣານ ເປັນການຊົ່ວຄາວຫຼືບໍ. ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ໝົດຜົນສັກສິດເມື່ອອາທິດແລ້ວນີ້ ພາຍຫຼັງທີ່ໄດ້ຕໍ່ກຳນົດເວລາສອງຄັ້ງແລ້ວ. ກ່ອນໜ້ານັ້ນໜຶ່ງວັນ, ກະຊວງການຕ່າງປະເທດ ອີຣານ ໄດ້ຖະແຫຼງວ່າ ຍັງບໍ່ທັນຕັດສິນກ່ຽວກັບຂໍ້ຕົກລົງສະບັບດັ່ງກ່າວກັບ ອົງການພະລັງງານປະລະມານູສາກົນ. ເຕເຮຣານ ກໍໃຫ້ຮູ້ວ່າ ຍັງບໍ່ທັນຕັດສິນລຶບຮູບພາບທີ່ໄດ້ບັນທຶກໄວ້ໃນລະບົບກ້ອງຖ່າຍວົງຈອນປິດເທື່ອ.

        ບັນດາບັນຫາທີ່ກ່ຽວຂ້ອງເຖິງລະບົບກ້ອງຖ່າຍວົງຈອນປິດຂອງ ອົງການພະລັງງານປະລະມານູສາກົນ ແລະ ບັນດາອຸປະກອນຕິດຕາມອື່ນ ແມ່ນໜຶ່ງໃນບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືໃນການເຈລະຈາຄັ້ງຕ່າງໆຢູ່ ວຽນ (ໂອຕາລິດ) ເພື່ອແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ລະຫວ່າງ ເຕເຮຣານ ແລະ ບັນດາປະເທດມະຫາອຳນາດໃນໂລກ ຫຼືຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).


ຕອບກັບ

ຂ່າວ/ບົດ​ອື່ນ