ອີຣານ ພ້ອມແລ້ວທີ່ຈະ ໜູນຊ່ວຍອີຣັກ ໃນການສູ້ຮົບຕ້ານ IS

ອີຣານ ພ້ອມແລ້ວທີ່ຈະ ໜູນຊ່ວຍອີຣັກ ໃນການສູ້ຮົບຕ້ານ IS - ảnh 1
ທ່ານ​ຮອງ​ປະທານາທິບໍດີອີຣານ Eshaq Jahangiri
(ພາບ: en.irna.ir)


(vovworld) – ວັນ​ທີ 10/11, ອີຣານ ​ໃຫ້​ຮູ້​ວ່າ, ປະ​ເທດສ.ອິດສລາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອີຣັກ ​ໃນ​ການ​​ສູ້​ຮົບຕ້ານກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຕົວ​ເອງ ຕາມ​ຄຳ​ສະ​ເໜີ​ຂອງ​ແບກ​ແດດ. ຖະ​ແຫຼງການ​ດັ່ງກ່າວ​ໂດຍທ່ານ​ຮອງ​ປະທານາທິບໍດີອີຣານ Eshaq Jahangiri ​ຍົກ​ອອກ​ມາທີ່​ກອງປະຊຸມ​ກັບ​ຜູ້​ຮ່ວມ​ຕຳ​ແໜ່ງອີຣັກ, ອະດີດ​ນາຍົກລັດຖະມົນຕີ Nuri al Maliki, ​ເຊິ່ງ​ດຳ​ເນີນ​​ໄປ​ຢູ່​ນະຄອນຫຼວງ ​ເຕ​ເຣ​ຣານ. ຊ່ອງ​ໂທລະພາບ IRIB ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Jahangiri ຊີ້​ແຈ້ງວ່າ “​ໃນ​ການ​ສູ້​ຮົບ​ຕ້ານ​ພວກກໍ່​ການ​ຮ້າຍ, ພວກ​ເຮົາ​ຕ້ອງ​ນຳ​ໃຊ້​ທຸກໆ​ມາດ​ຕະການ… ອີຣານ ພ້ອມ​ແລ້ວ​ທີ່​ຈະ​​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈເມື່ອ​ອີຣັກ ສະ​ເໜີ”. ​ໃນ​ຂະນະ​ນັ້ນ, ທ່ານ al Maliki ​ເວົ້າ​ວ່າ ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ເຄື່ອນ​ໄຫວ​ຢ່າງ​ກວ້າງ​ໃຫຍ່ກວ່າແມ່ນສິ່ງ​ທີ່​ຈຳ​ເປັນ ​ເພື່ອສະກັດ​ກັ້ນ​ບັນດາ​​ໄພ​ນາບ​ຂູ່ພວມ​ນັບ​ມື​ນັບ​ໃຫຍ່​ຫຼວງ​ຈາກ IS.

        ​ເພື່ອ​ໜູນ​ຊ່ວຍ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຕ້ານ​ບັນດາ​ການ​ບຸກ​ໂຈມ​ຕີ​ຈາກ IS ​ເມື່ອ​ຕົ້ນ​​ເດືອນ 06 ຜ່ານ​ມາ, ອີຣານ ​ໄດ້ຊ່ວຍ​ເຫຼືອອາວຸດ​ໃຫ້​ປະຊາ​ຄົມ​ຊາວ​ເຄີດ ຢູ່​ອີຣັກ ​ແລະ ສົ່ງ​ຜູ້ທີ່​ປຶກສາ​ດ້ານ​ການ​ທະຫານ​​ໄປເຖິງ​ແບກ​ແດດ. ​ແຕ່​ວ່າ, ມາ​ຮອດ​ປະຈຸ​ບັນ, ​ເຕ​ເຣຣານ ຍັງ​ປະຕິ​ເສດ​ການ​ເຂົ້າ​ຮ່ວມ​ພັນທະ​ມິດ​ຕ້ານ IS ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ ຍ້ອນ​ຖື​ວ່າການ​ເຄື່ອນ​ໄຫວ​ບຸກ​ໂຈມ​ຕີ​ທາງ​ອາກາດຕ້ານພວກ​ກໍ່​ການ​ຮ້າຍ ​ແມ່ນ​ບໍ່​ບັນລຸ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ