ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ກັບ​ຄືນ​​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ ປີ 2015

(VOVWORLD) - ເຕເຮຣານ ພ້ອມແລ້ວທີ່ຈະກັບຄືນສູ່ການປະຕິບັດບັນດາຄຳໝັ້ນສັນຍາຂອງປະເທດ ສາທາລະນະລັດ ອິດສະລາມ ໃນແຜນການກະທຳລວມຮອບດ້ານ (JCPOA) ຢ່າງຄົບຖ້ວນ. 
ອີ​ຣານ ພ້ອມ​ແລ້ວ​ທີ່​ຈະ​ກັບ​ຄືນ​​ສູ່​ຂໍ້​ຕົກ​ລົງ​ນິວ​ເຄຼຍ ປີ 2015 - ảnh 1ຮາກຖານນິວເຄຼຍ Nantanz (ອີຣານ) (ພາບ:AFP/TTXVN)

ວັນທີ 24 ກັນຍາ, ກະຊວງການຕ່າງປະເທດ ອີຣານ, ໄດ້ຄັດສະເໜີຄຳປາໄສຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian ທີ່ຖະແຫຼງວ່າ ເຕເຮຣານ ພ້ອມແລ້ວທີ່ຈະກັບຄືນສູ່ການປະຕິບັດບັນດາຄຳໝັ້ນສັນຍາຂອງປະເທດ ສາທາລະນະລັດ ອິດສະລາມ ໃນແຜນການກະທຳລວມຮອບດ້ານ (JCPOA) ຢ່າງຄົບຖ້ວນ, ຖ້າຫາກວ່າ ບັນດາປະເທດສະມາຊິກອື່ນໆຂອງຂໍ້ຕົກລົງນິວເຄຼຍ ປີ 2015 ກໍພ້ອມແລ້ວທີ່ຈະປະຕິບັດການກະທຳທີ່ຄ້າຍຄືກັນ, ພ້ອມທັງຢັ້ງຢືນວ່າ ການເຄື່ອນໄຫວແລກປ່ຽນສານແບບທາງອ້ອມກັບຝ່າຍ ອາເມລິກາ ຍັງໄດ້ດຳເນີນຢູ່.

        ຕາມແຈ້ງການຂອງກະຊວງການຕ່າງປະເທດ ອີຣານ, ໃນການພົບປະກັບທ່ານເລຂາທິການໃຫຍ່ ສປຊ Antonio Guterres, ເມື່ອວັນທີ 23 ກັນຍາ ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໃຫ້ຮູ້ວ່າ ຖ້າຫາກວ່າຝ່າຍອື່ນໆກໍມີຄວາມພ້ອມ, ອີຣານ ກໍ່ຈະກັບຄືນສູ່ການປະຕິບັດ JCPOA ຢ່າງເຂັ້ມງວດ ເພື່ອໃຫ້ທຸກຝ່າຍປະຕິບັດພັນທະຂອງຕົນໃນຂອບເຂດຂໍ້ລິເລີ່ມຂອງ ໂອມານ.

ຕອບກັບ

ຂ່າວ/ບົດ​ອື່ນ