ອີຣານ ພ້ອມແລ້ວທີ່ຈະເຮັດແຈ້ງທຸກບັນຫາກັບ IAEA

(VOVWORLD) -ອີຣານ ຖືວ່າ, ບັນດາການສະເໜີສຳຜັດດັ່ງກ່າວແມ່ນອີງໃສ່ “ຂໍ້ມູນເສກສັນປັ້ນແຕ່ງ”

ອີຣານ ພ້ອມແລ້ວທີ່ຈະເຮັດແຈ້ງທຸກບັນຫາກັບ IAEA - ảnh 1ຜູ້ອຳນວຍການໃຫຍ່ IAEA Rafael Mariano Grossi

(ພາບ: THX/TTXVN)

ອີຣານ ຢືນຢັນວ່າ, ປະເທດນີ້ພ້ອມແລ້ວທີ່ຈະແກ້ໄຂທຸກບັນຫາກັບອົງການພະລັງງານປະລະມານູສາກົນ (IAEA), ພ້ອມທັງສະແດງຄວາມ “ຜິດຫວັງ” ຕໍ່ບົດລາຍງານໃໝ່ສຸດຂອງອົງການນີ້, ໃນນັ້ນມີເນື້ອໃນກ່ຽວກັບເລື່ອງ ບໍ່ໄດ້ສຳຜັດກັບຮາກຖານນິວເຄຼຍຂອງອີຣານ.

        ໃນເອກະສານວັນທີ 11 ມິຖຸນາ, ຄະນະປະຕິບັດງານອີຣານ ປະຈຳສະຫະປະຊາຊາດ ຢູ່ສຳນັກງານວຽນ, ປະເທດໂອຕາລິດ ໄດ້ຢືນຢັນວ່າ, ປະເທດນີ້ສືບຕໍ່ຕັ້ງໜ້າຮ່ວມມືກັບອົງການສຳຫຼວດນິວເຄຼຍຂອງສະຫະປະຊາຊາດໃນໄລຍະ 2 ເດືອນຜ່ານມາ ເພື່ອແນໃສ່ບັນລຸໄດ້ຄວາມເຂົ້າໃຈລວມ ທີ່ສາມາດເປີດຊ່ອງທາງໃຫ້ແກ່ການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງ. ອີຣານ ຖືວ່າ, ບັນດາການສະເໜີສຳຜັດດັ່ງກ່າວແມ່ນອີງໃສ່ “ຂໍ້ມູນເສກສັນປັ້ນແຕ່ງ”, ກ່າວຫາອາເມລິກາ ແລະ ອິດສະຣາແອັນ ວ່າຊອກຫາວິທີເພີ່ມທະວີຄວາມກົດດັນຕໍ່ IAEA. ອີຣານ ໄດ້ສະແດງຄວາມເສຍດາຍ ແລະ ຜິດຫວັງຕໍ່ບົດລາຍງານໃໝ່ສຸດຂອງ IAEA. ກ່ອນໜ້ານັ້ນ, ໃນຈົດໝາຍຝາກເຖິງ IAEA ໃນວັນທີ 08 ມິຖຸນາ, ອີຣານ ຊີ້ແຈ້ງວ່າ ປະເທດນີ້ໄດ້ຈັດຕັ້ງການພົບປະກັບບັນດາຜູ້ຕາງໜ້າຂອງອົງການນີ້ຢູ່ເຕເຮຣານ ໃນວັນທີ 29 ເມສາ ແລະ 26 ພຶດສະພາ ເພື່ອປຶກສາຫາລືກ່ຽວກັບບັນຫາສຳຜັດກັບບັນດາຮາກຖານນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ