ອີຣານ ມີຄວາມສົນໃຈເປັນພິເສດເຖິງສະຖຽນລະພາບຢູ່ເຂດອ່າວ ເປີເຊຍ

(VOVWORLD) -  ອີຣານ ມີຄວາມສົນໃຈເປັນພິເສດເຖິງການຮັບປະກັນສະຖຽນລະພາບຢູ່ເຂດອ່າວເປີເຊຍ. ນີ້ແມ່ນຄໍາຖະແຫຼງຂອງທ່ານ Mohamad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ ທີ່ໄດ້ຍົກອອກມາໃນວັນທີ 27 ສິງຫາ ໃນການເຈລະຈາກັບຄູ່ຕໍາແໜ່່ງ ຍີ່ປຸ່ນ Taro Kono  ຢູ່ນະຄອນ Yokohama ປະເທດ ຍີ່ປ່ນຸ.
ອີຣານ ມີຄວາມສົນໃຈເປັນພິເສດເຖິງສະຖຽນລະພາບຢູ່ເຂດອ່າວ ເປີເຊຍ - ảnh 1 ທ່ານ Mohamad Javad Zarif ລັດຖະມົນຕີການຕ່າງປະເທດ ອີຣານ (ພາບ: TTXVN)

        ທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Kono ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ພ້ອມທັງຫວັງວ່າ ຍີ່ປຸ່ນ ຈະປະຕິບັດບາງຄວາມມານະພະຍາຍາມທາງການທູດ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນນີ້.

        ເມື່ອຕອບກັບ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Zarif ກໍໄດ້ເນັ້ນໜັກເຖິງຄວາມຈໍາເປັນຕ້ອງເຂົ້າຮ່ວມການປຶກສາຫາລືລະຫວ່າງສອງຝ່າຍ ແລະ ພາກພື້ນ. ທ່ານກ່າວວ່າ ທັງອີຣານ ແລະ ຍີ່ປຸ່ນ ລ້ວນແຕ່ມີຄວາມສົນໃຈເປັນພິເສດເຖິງສະຖຽນລະພາບຂອງຕະຫຼາດພະລັງງານກໍຄືຄວາມໝັ້້ນຄົງ ແລະ ສະຖຽນລະພາບຢູ່ ເຂດອ່າວ ເປີເຊີຍ”.

        ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ອີຣານ ພວມດໍາເນີນໄປໃນສະພາບທີ່ຄວາມເຄັ່ງຕຶງຢູ່ອ້ອມເຂດອ່າວເປີເຊຍ ປິນຂັ້ນໄດ ເມື່ອ ອາເມລິກາ ຊອກຫາການສະໜັບສະໜູນ ເພື່ອສ້າງຕັ້ງສໍາພັນທະມິດກອງທັບເຮືອ ເພື່ອປົກປ້ອງກໍ່າປັ່ນການຄ້າລໍາຕ່າງໆທີ່ເຄື່ອນໄຫວໄປ-ມາ ຢູ່ເຂດອ່າວນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ