ອີ​ຣານ ​ຢັ້ງຢືນ ການ​ເຈ​ລະ​ຈາ​ນິວ​ເຄຼຍ ບັນ​ລຸ​ຄວາມ​ຄືບ​ໜ້າ ເຖິງວ່າ ຍ​ັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ

(VOVWORLD) -ອີຣານ ແລະ 6 ປະເທດມະຫາອຳນາດໃນໂລກ ໃກ້ຈະບັນລຸໄດ້ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015. 
ອີ​ຣານ ​ຢັ້ງຢືນ ການ​ເຈ​ລະ​ຈາ​ນິວ​ເຄຼຍ ບັນ​ລຸ​ຄວາມ​ຄືບ​ໜ້າ ເຖິງວ່າ ຍ​ັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ - ảnh 1ບັນດາຜູ້ແທນເຂົ້າຮ່ວມການເຈລະຈາຮອບທີ 6 ກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ (ພາບ: TTXVN)

ວັນທີ 20 ມິຖຸນາ, ທ່ານ Abbas Araqchi ນັກເຈລະຈາແຖວໜ້າຂອງ ອີີຣານ ໃຫ້ຮູ້ວ່າ ປະເທດນີ້ ແລະ 6 ປະເທດມະຫາອຳນາດໃນໂລກ ໃກ້ຈະບັນລຸໄດ້ເປົ້າໝາຍຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 (ແຜນການດຳເນີນງານຮ່ວມຮອບດ້ານ - JCPOA), ພ້ອມທັງຊີ້ແຈ້ງວ່າ ພາຍຫຼັງກອງປະຊຸມຂອງວັນທີ 20 ມິຖຸນາ, ບັນດາຄະນະຈລະຈາ ຈະກັບຄືນເມືອປະເທດເພື່ອປຶກສາຫາລື

        ໃນວັນດຽວກັນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີີຣົບ (ອີຢູ) ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ໄດ້ຢັ້ງຢືນວ່າ ອີຣານ ແລະ ບັນດາປະເທດມະຫາອຳນາດໃນໂລກ ຍັງສາມາດບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ພາຍຫຼັງທີ່ທ່ານ Ebrahim Raisi ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອີຣານ. ຕາມທ່ານ Borrell ແລ້ວ, ບັນດາຝ່າຍທີ່ກ່ຽວຂ້ອງພວມຫຍັບມໍ່ເຂົ້າກັບຂໍ້ຕົກລົງ ແລະ ສາມາດຊ່ວຍໃຫ້ພາກພື້ນ ຕາເວັນອອກກາງ ມີຄວາມປອດໄພກວ່າ, ພ້ອມທັງຫຼຸດຜ່ອນຄວາມຫຍຸ້ງຍາກຕໍ່ພື້ນຖານເສດຖະກິດ ອີຣານ ຍ້ອນບັນດາມາດຕະການລົງໂທດກ່ຽວກັບນ້ຳມັນ ແລະ ການເງິນ ເຊິ່ງ ອາເມລິກາ ໄດ້ຈັດວາງ ນັບແຕ່ເມື່ອຖອນຕົວອອກຈາກ JCPOA ປີ 2018.


ຕອບກັບ

ຂ່າວ/ບົດ​ອື່ນ