ອີ​ຣານ ຢັ້ງ​ຢືນ ບໍ່​ປ່ຽນ​ແປງ​ນະ​ໂຍ​ບາຍ​ນິວ​ເຄຼຍ

(VOVWORLD) -ອີຣານໄດ້ອອກສຽງຮັບປະກັນນະໂຍບາຍນິວເຄຼຍຂອງປະເທດນີ້ຈະບໍ່ປ່ຽນແປງ ແລະ ເຕເຮຣານຍັງປະຕິບັດຕາມ  ຄຳສັ່ງອິດສະລາມກ່ຽວກັບການຫ້າມອາວຸດລ້າງຜານ.
ອີ​ຣານ ຢັ້ງ​ຢືນ ບໍ່​ປ່ຽນ​ແປງ​ນະ​ໂຍ​ບາຍ​ນິວ​ເຄຼຍ - ảnh 1ຮາກຖານເສີມທາດ ຢູລານຽນ (ພາບ: AFP/TTXVN)

ວັນທີ 20 ກໍລະກົດ, ທ່ານ Naser Kanani ໂຄສົກກະຊວງການຕ່າງປະເທດ ອີຣານ ຢັ້ງຢືນກ່ຽວກັບຫົວຂໍ້ລະເບີດນິວເຄຼຍລ້າງຜານວ່າ ອີຣານປະຕິບັດຕາມລັດຖະດຳລັດໂດຍປະມຸກສູງສຸດຂອງປະເທດນີ້ວາງອອກ, ຕາມນັ້ນແລ້ວ ແມ່ນຫ້າມຜະລິດອາວຸດຂຶ້ນກັບກຸ່ມນີ້. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ Naser Kanani ເນັ້ນໜັກວ່າ ອີຣານບໍ່ປ່ຽນແປງທັດສະນະ ແລະ ຫຼັກໝັ້ນໃນນະໂຍບາຍນິວເຄຼຍ.

        ຄຳເຫັນຂອງກະຊວງການຕ່າງປະເທດ ອີຣານ ໄດ້ຍົກອອກມາໃນສະພາບການ ອີຣານ ແລະ ບັນດາປະເທດຝ່າຍຕາເວັນຕົກ ຍັງບໍ່ທັນຊອກຫາໄດ້ສຽງເວົ້າລວມ ເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ທີ່ໄດ້ລົງນາມໃນປີ 2015 ທີ່ມີຊື່ວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA).

ຕອບກັບ

ຂ່າວ/ບົດ​ອື່ນ