ອີຣານ ຢັ້ງຢືນການຟື້ນຟູຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ

(VOVWORLD) - ທ່ານ Amir – Abdollahian ເນັ້ນໜັກວ່າ, ອີຣານ “ເຂັ້ມງວດກັບການບັນລຸໄດ້ຂໍ້ຕົກລົງອັນດີງາມ, ແຂງແຮງ ແລະ ໝັ້ນຄົງ”, ພ້ອມທັງໄດ້ຮຽກຮ້ອງໃຫ້ຝ່າຍ ອາເມລິກາ ມີທັດສະນະຄ້າຍຄືກັນ.
ອີຣານ ຢັ້ງຢືນການຟື້ນຟູຂໍ້ຕົກລົງນິວເຄຼຍຢ່າງເຂັ້ມງວດ - ảnh 1ທ່ານ Hossein Amir – Abdollahian, ລັດຖະມົນຕີການຕ່າງປະເທດ ອີຣານ
(ພາບ: AFP/TTXVN)

ວັນທີ 23 ມິຖຸນາ, ທ່ານ Hossein Amir – Abdollahian, ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ປະເທດນີ້ຍັງຄົງເຂັ້ມງວດກັບການຟື້ນຟູຂໍ້ຕົກລົງນິວເຄຼຍກັບບັນດາປະເທດມະຫາອຳນາດໃນໂລກເພື່ອແນໃສ່ຢຸດຕິບັນດາຄຳສັ່ງລົງໂທດດ້ານເສດຖະກິດ ແລະ ອາເມລິກາ ກັບຄືນສູ່ການເປັນຝ່າຍໜຶ່ງທີ່ລົງນາມໃນຂໍ້ຕົກລົງນີ້. ຄຳເຫັນດັ່ງກ່າວຖືກຍົກອອກມາໃນສະພາບການເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍພວມຖືກໂຈະໄວ້. ເມື່ອຕອບຄຳຖາມໃນການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງ ລັດເຊຍ ທ່ານ Sergei Lavrov ພວມມີການຢ້ຽມຢາມນະຄອນຫຼວງ ເຕເຮຣານ ໃນວັນທີ 23 ມິຖຸນາ, ທ່ານ Amir – Abdollahian ເນັ້ນໜັກວ່າ, ອີຣານ “ເຂັ້ມງວດກັບການບັນລຸໄດ້ຂໍ້ຕົກລົງອັນດີງາມ, ແຂງແຮງ ແລະ ໝັ້ນຄົງ”, ພ້ອມທັງໄດ້ຮຽກຮ້ອງໃຫ້ຝ່າຍ ອາເມລິກາ ມີທັດສະນະຄ້າຍຄືກັນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ກໍ່ໃຫ້ຮູ້ວ່າ ບັນດາປະເທດສະມາຊິກອື່ນໃນແຜນການກະທຳລວມຮອບດ້ານ (JCPOA - ເຊິ່ງເປັນຊື່ເອີ້ນທາງການຂອງຂໍ້ຕົກລົງນິວເຄຼຍ ອີຣານ) ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອກອບກູ້ຂໍ້ຕົກລົງສະບັບນີ້.

ຕອບກັບ

ຂ່າວ/ບົດ​ອື່ນ