ອີ​ຣານ ຢ​ັ້ງ​ຢືນ​​ຄວາມ​ເຂັ້ມ​ງວດ​ຕໍ່​ກາ​ນ​ເຈ​ລະ​ຈາ​ນິວ​ເຄຼຍ

(VOVWORLD) -ເຕເຮຣານ ເຂັ້ມງວດຕໍ່ການເຈລະຈານິວເຄຼຍ, ເຊິ່ງຄາດວ່າຈະໄດ້ເຊື່ອມຕໍ່ຄືນໃໝ່ໃນທ້າຍເດືອນນີ້ ຢູ່ ວຽນ (ໂອຕາລິດ).
ອີ​ຣານ ຢ​ັ້ງ​ຢືນ​​ຄວາມ​ເຂັ້ມ​ງວດ​ຕໍ່​ກາ​ນ​ເຈ​ລະ​ຈາ​ນິວ​ເຄຼຍ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi (ພາບ: AFP/TTXVN)

ໃນການເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຜ່ານທາງໂທລະສັບໃນວັນທີ 16 ພະຈິກ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ຢັ້ງຢືນວ່າ ເຕເຮຣານ ເຂັ້ມງວດຕໍ່ການເຈລະຈານິວເຄຼຍ, ເຊິ່ງຄາດວ່າຈະໄດ້ເຊື່ອມຕໍ່ຄືນໃໝ່ໃນທ້າຍເດືອນນີ້ ຢູ່ ວຽນ (ໂອຕາລິດ). ຕາມແຈ້ງການຂອງວັງ Kremlin ແລ້ວ, ທ່ານ Putin  ໄດ້ສະແດງຄວາມຫວັງວ່າ ການເຈລະຈາຄັ້ງຕ່າງໆທີ່ຄາດວ່າຈະດຳເນີນໃນທ້າຍເດືອນພະຈິກນີ້ ຈະ “ມີລັກສະນະສ້າງສັນ”.

        ກ່ອນໜ້ານັ້ນ, ວັນທີ 15 ພະຈິກ, ທ່ານ Saeed Khatibzadeh  ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ການຍົກເລີກຄຳສັ່ງລົງໂທດຂອງ ອາເມລິກາ ໃນການເຈລະຈາ ເຊິ່ງວ່າຈະດຳເນີນໃນທ້າຍເດືອນນີ້ແມ່ນມີຄວາມສຳຄັນທີ່ສຸດ ສຳລັບ ເຕເຮຣານ.


ຕອບກັບ

ຂ່າວ/ບົດ​ອື່ນ