ອີ​ຣານ ຢັ້ງ​ຢືນ​​ຄວາມ​ໂປ່ງ​ໃສ​ໃນ​ບັນ​ຫາ​ນິວ​ເຄຼຍ

(VOVWORLD) -“ການຮ່ວມມືຢ່າງເຂັ້ມງວດຂອງ ອີຣານ ກັບອົງການພະລັງງານປະລະມານູສາກົນ (IAEA) ແມ່ນຕົວຢ່າງທີ່ຈະແຈ້ງກ່ຽວກັບທັດສະນະໂປ່ງໃສຂອງ ອີຣານ ສຳລັບບັນດາການເຄື່ອນໄຫວນິວເຄຼຍຂອງຕົນ.”
ອີ​ຣານ ຢັ້ງ​ຢືນ​​ຄວາມ​ໂປ່ງ​ໃສ​ໃນ​ບັນ​ຫາ​ນິວ​ເຄຼຍ - ảnh 1ທ່ານປະທານາທິບໍດີ ອີີຣານ Ebrahim Raisi (ພາບ: AFP/TTXVN)

ທ່ານປະທານາທິບໍດີ ອີີຣານ Ebrahim Raisi ຢັ້ງຢືນວ່າ ເຮຣານ ຈະມີຄວາມໂປ່ງໃສໃນບັນດາການເຄື່ອນໄຫວນິວເຄຼຍ ຂອງປະເທດນີ້.

ໃນການໂອ້ລົມທາງໂທລະສັບກັບທ່ານປະທານສະພາເອີຣົບ (EC) Charles Michel ໃນວັນທີ 8 ກັນຍາ, ທ່ານປະທານາທິບໍດີ Ebrahim Raisi ໄດ້ເນັ້ນໜັກວ່າ: “ການຮ່ວມມືຢ່າງເຂັ້ມງວດຂອງ ອີຣານ ກັບອົງການພະລັງງານປະລະມານູສາກົນ (IAEA) ແມ່ນຕົວຢ່າງທີ່ຈະແຈ້ງກ່ຽວກັບທັດສະນະໂປ່ງໃສຂອງ ອີຣານ ສຳລັບບັນດາການເຄື່ອນໄຫວນິວເຄຼຍຂອງຕົນ.”

        ໃນວັນດຽວກັນ, ທ່ານ Kazem Gharibabadi, ຜູ້ຕາງໜ້າຂອງ ອີຣານ ຢູ່ບັນດາອົງການຈັດຕັ້ງສາກົນ ຢູ່ ວຽນ, ປະເທດ ໂອຕາລິດ ຖືວ່າ: IAEA ຄວນມີທີ່ການສຳຜັດຢ່າງພາວະວິໄສສຳລັບໂຄງການນິວເຄຼຍຂອງ ອີຣານ.  ທ່ານຢັ້ງຢືນວ່າ ບັນດາການເຄື່ອນໄຫວນິວເຄຼຍທັງໝົດ ຂອງ ອີຣານ ລ້ວນແຕ່ປະຕິບັດຕາມສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ບັນດາຄຳໝັ້ນສັນຍາຂອງປະເທດນີ້ຕາມຂໍ້ຕົກລົງ JCPOA ກໍຄື ຂໍ້ຕົກລົງກ່ຽວກັບການປ້ອງກັນດ້ວຍຕົນເອງ ຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ