ອີ​ຣານ ຢັ້ງ​ຢືນ​ທັດ​ສະ​ນະ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຄືນ​ໃໝ່

(VOVWORLD) -ການກະທຳນີ້ໄດ້ຍົກອອກມາພາຍຫຼັງ ອີຣານ ເຕື້ອງເຖິງເລື່ອງຈະກັບຄືບສູ່ການປະຕິບັດບັນດາຄຳໝັ້ນສັນຍາໃນ JCPOA ຢ່າງຄົບຖ້ວນ, ຖ້າຫາກວ່າ ອາເມລິກາ ຍົກເລີກບັນດາມາດຕະການລົງໂທດ ທີ່ໄດ້ຈັດວາງຕ້ານ ອີຣານ ພາຍໃຕ້ອະຍຸການຂອງ ອະດີດປະທານາທິບໍດີ ອາເມລິກາ Donald Trump.
ອີ​ຣານ ຢັ້ງ​ຢືນ​ທັດ​ສະ​ນະ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຄືນ​ໃໝ່ - ảnh 1ຜູ້ນຳສູງສຸດ ອີຣານ Ayatollah Ali Khamenei (ພາບ: AFP/TTXVN)

ໃນບົດກ່າວປາໄສທາງໂທລະພາບ, ໃນວັນທີ 21 ມີນາ ຜູ້ນຳສູງສຸດ ອີຣານ Ayatollah Ali Khamenei ໄດ້ຢັ້ງຢືນ ນະໂຍບາຍຂອງປະເທດນີ້ຄືນໃໝ່ ກ່ຽວກັບເລື່ອງ ອາເມລິກາ ຕ້ອງຍົກເລີກທຸກຄຳສັ່ງລົງໂທດ ກ່ອນທີ່ຈະຢາກໃຫ້ ເຕເຮຣານ ປະຕິບັດ ບັນດາຄຳໝັ້ນສັນຍາໃນແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ຄືນອີກ. ທ່ານ ຜູ້ນຳສູງສຸດ Ayatollah Ali Khamenei ກໍ່ໄດ້ເນັ້ນໜັກວ່າ “ຍົກເລີກພຽງແຕ່ຄຳສັ່ງລົງໂທດໃນເອກະສານ ແມ່ນບໍ່ອາດຍອມຮັບໄດ້” ແລະ ຮຽກຮ້ອງວ່າ ວິວັດການນີ້ຈະຕ້ອງໄດ້ຮັບການຜັນຂະຫຍາຍໃນຕົວຈິງ.

ການກະທຳນີ້ໄດ້ຍົກອອກມາພາຍຫຼັງ ອີຣານ ເຕື້ອງເຖິງເລື່ອງຈະກັບຄືບສູ່ການປະຕິບັດບັນດາຄຳໝັ້ນສັນຍາໃນ JCPOA ຢ່າງຄົບຖ້ວນ, ຖ້າຫາກວ່າ ອາເມລິກາ ຍົກເລີກບັນດາມາດຕະການລົງໂທດ ທີ່ໄດ້ຈັດວາງຕ້ານ ອີຣານ ພາຍໃຕ້ອະຍຸການຂອງ ອະດີດປະທານາທິບໍດີ ອາເມລິກາ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ