ອີ​ຣານ ຢັ້ງ​ຢືນ​ບໍ່​ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່​ອົງ​ການ IAEA ເມື່ອ​ຂໍ້​ຕົກ​ລົງ​ຕິດ​ຕາມ​ກວດ​ກາ ຍັງ​ບໍ່​ໄດ້​ຮັບ​ການຕໍ່​ກຳ​ນົດ​ເວ​ລາ

(VOVWORLD) -ເຕເຮຣານ ຈະບໍ່ມອບພາບຖ່າຍພາຍໃນບາງຮາກຖານນິວເຄຼຍແຫ່ງຊາດຂອງຕົນໃຫ້ແກ່ອົງການພະລັງງານປະລະມານູສາກົນ (IAEA) ຍ້ອນຂໍ້ຕົກລົງນິວເຄຼຍ ກັບ ອົງການນີ້ ໄດ້ໝົດຜົນສັກສິດແລ້ວ.
ອີ​ຣານ ຢັ້ງ​ຢືນ​ບໍ່​ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່​ອົງ​ການ IAEA ເມື່ອ​ຂໍ້​ຕົກ​ລົງ​ຕິດ​ຕາມ​ກວດ​ກາ ຍັງ​ບໍ່​ໄດ້​ຮັບ​ການຕໍ່​ກຳ​ນົດ​ເວ​ລາ - ảnh 1ທ່ານປະທານສະພາແຫ່ງຊາດ ອີຣານ Mohammad – Bagher Ghalibaf  (ເບື້ອງຂວາມື) ລົງຢ້ຽມຢາມ ຮາກຖານນິວເຄຼຍ ອີຣານ (ພາບ: TTXVN)

ວັນທີ 27 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ອີຣານ Mohammad – Bagher Ghalibaf ຢັ້ງຢືນວ່າ ເຕເຮຣານ ຈະບໍ່ມອບພາບຖ່າຍພາຍໃນບາງຮາກຖານນິວເຄຼຍແຫ່ງຊາດຂອງຕົນໃຫ້ແກ່ອົງການພະລັງງານປະລະມານູສາກົນ (IAEA) ຍ້ອນຂໍ້ຕົກລົງນິວເຄຼຍ ກັບ ອົງການນີ້ ໄດ້ໝົດຜົນສັກສິດແລ້ວ.

        ກ່ອນໜ້ານັ້ນ, ວັນທີ 25 ມິຖຸນາ, ອົງການ IAEA ໄດ້ຮຽກຮ້ອງໃຫ້ ອີຣານ ຈົ່ງໃຫ້ຄຳຕອບຕໍ່ເລື່ອງຈະສືບຕໍ່ຕໍ່ກຳນົດເວລາຂໍ້ຕົກລົງສະບັບດັ່ງກ່າວອີກຫຼືບໍ? ຫຼັງຈາກນັ້ນ, ທູດພິເສດທ່ານໜຶ່ງຂອງ ອີຣານ ໄດ້ຢັ້ງຢືນວ່າ ເຕເຮຣານ ບໍ່ມີພັນທະຕ້ອງຍົກອອກຄຳຕອບ. ໃນວັນດຽວກັນ, ທ່ານ Antony Blinken ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ໄດ້ກ່າວເຕືອນວ່າ ຖ້າຫາກວ່າ ອີຣານ ບໍ່ຕໍ່ກຳນົດເວລາຂໍ້ຕົກລົງສະບັບດັ່ງກ່າວກັບ IAEA ນັ້ນ, ນັ້ນຈະແມ່ນການນາບຂູ່ຢ່າງຮ້າຍແຮງຕໍ່ການເຈລະຈາເປີດກວ້າງຄັ້ງຕ່າງໆ.


 

ຕອບກັບ

ຂ່າວ/ບົດ​ອື່ນ