ອີ​ຣາ​ນ ຢັ້ງ​ຢືນ​ບໍ່​ເສີມ​ທາດຢູ​ລາ​ນຽນເກີນ 60% ນັບ​ທັງ​ໃນ​ກໍ​ລະ​ນີ ອາ​ເມ​ລິ​ກາ​ ຮັກ​ສາ​ຄຳ​ສັ່ງ​ລົງ​ໂທດ

(VOVWORLD) -ທ່ານ Mohammad Eslami ຜູ້ອຳນວຍການອົງການພະລັງງານປະລະມານູ ອີຣານ (AEOI) ໄດ້ຢັ້ງຢືນວ່າ Tehran ບໍ່ມີເຈດຈຳນົງເສີມທາດຢູລານຽນເກີນ 60% ນັບທັງໃນຂະນະທີ່ການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ບໍ່ບັນລຸໄດ້ໝາກຜົນ ແລະ ອາເມລິກາ ບໍ່ຍົກເລິກບັນດາຄຳສັ່ງລົງໂທດເລັ່ງໃສ່ ອີຣານ.

ອີ​ຣາ​ນ ຢັ້ງ​ຢືນ​ບໍ່​ເສີມ​ທາດຢູ​ລາ​ນຽນເກີນ 60% ນັບ​ທັງ​ໃນ​ກໍ​ລະ​ນີ ອາ​ເມ​ລິ​ກາ​ ຮັກ​ສາ​ຄຳ​ສັ່ງ​ລົງ​ໂທດ - ảnh 1ທ່ານ Mohammad Eslami ຜູ້ອຳນວຍການອົງການພະລັງງານປະລະມານູ ອີຣານ (ພາບ: AFP/ TTXVN)

ທ່ານ Eslami ກໍ່ເນັ້ນໜັກວ່າ ໂຄງການນິວເຄຼຍຂອງ ອີຣານ ແມ່ນເພື່ອແນໃສ່ເປົ້າໝາຍຕອບສະໜອງຄວາມຕ້ອງການດ້ານພະລັງງານ ໃຫ້ແກ່ການຜະລິດອຸດສາຫະກຳຂອງປະເທດນີ້, ກໍ່ຄືຄວາມຕ້ອງການໃນການໃຊ້ສອຍຂອງປະຊາຊົນ. ທຸກໆການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້ດຳເນີນຕາມບັນດາຂໍ້ຕົກລົງ, ຂໍ້ກຳນົດ ແລະ ກົດລະບຽບຂອງອົງການພະລັງງານປະລະມານູສາກົນ.

ກ່ຽວຂ້ອງເຖິງບັນຫານີ້, ກ່ອນໜ້ານັ້ນ, ໃນວັນທີ 17 ທັນວາ, ຮອບເຈລະຈາໄດ້ສິ້ນສຸດລົງ ເມື່ອທ່ານ Ali Bagheri Kani ຫົວໜ້າຄະນະເຈລະຈາຂອງ ອີຣານ ຕັດສິນກັບຄືນ ເຕເຮຣານ ເພື່ອປຶກສາຫາລື. ໃນຂະນະນັ້ນ, ຜູ້ຕາງໜ້າບັນດາປະເທດ ເຢຍລະມັນ, ຝລັ່ງ ແລະ ອັງກິດ ໃຫ້ຮູ້ວ່າ ເຂົາເຈົ້າເຄົາລົບຕໍ່ການຕັດສິນຂອງທ່ານ  Bagheri Kani, ແຕ່ຖືວ່າ ການຢຸດຕິການເຈລະຈາ ແມ່ນການຜັນແປທີ່ເປັນໜ້າຜິດຫວັງ. ໃນຮອບເຈລະຈາຮອບຫຼ້າສຸດນີ້, ຄວາມຮຽກຮ້ອງແຖວໜ້າຂອງຝ່າຍອີຣານ ແມ່ນຍົກເລິກບັນດາຄຳສັ່ງລົງໂທດຕໍ່ປະເທດນີ້ ກໍ່ຄືຮັບປະກັນເພື່ອແນໃສ່ສະກັດກັ້ນຄວາມສາມາດ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ຄືນໃໝ່ໃນ ອະນາຄົດ. ໃນຂະນະນັ້ນ, ຝ່າຍ ອາເມລິກາ ຢາກໃຫ້ ອີຣານ ປະຕິບັດຂໍ້ຕົກລົງສະບັບນີ້ຄືນໃໝ່ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ