ອີຣານ ຢັ້ງຢືນສືບຕໍ່ຮັກສາໂຄງການລູກສອນໄຟ

(VOVWORLD) - ວັນທີ 01 ກຸມພາ, ສຳນັກຂ່າວສານ Tasnim ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ອີຣານ ນາຍພົນ Hossein Baqeri ຊີ້ແຈ້ງວ່າ
ອີຣານ ຢັ້ງຢືນສືບຕໍ່ຮັກສາໂຄງການລູກສອນໄຟ - ảnh 1 ທ່ານເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ອີຣານ ນາຍພົນ Hossein Baqeri (ພາບ: EPA/TTXVN)

ບັນດາກຳລັງປະກອບອາວຸດຂອງປະເທດສາທາລະນະລັດມຸດສະລິມນີ້ ຈະສືບຕໍ່ຮັກສາກຳລັງຄວາມສາມາດປ້ອງກັນ ແລະ ນາບຂູ່, ໃນນັ້ນ ມີໂຄງການລູກສອນໄຟ.

        ຕາມທ່ານນາຍພົນ Hossein Baqeri ແລ້ວ, ບັນດາກຳລັງປະກອບອາວຸດ ອີຣານ ຈະບໍ່ອະນຸຍາດໃຫ້ ບໍ່ວ່າການແຊກແຊງໃດໆ ເຂົ້າໃນຂົງເຂດປ້ອງກັນຊາດ ຫລື ກຳລັງແຮງລູກສອນໄຟຂອງ ເຕເຮຣານ. ຕາມທ່ານ Hossein Baqeri ແລ້ວ, ບັນດາປະເທດເພື່ອນມິດ ແລະ ສັດຕູລ້ວນແຕ່ຮັບຮູ້ວ່າ ອີຣານ ໄດ້ກາຍເປັນ “ປັດໄຈທີ່ມີຜົນສະທ້ອນເຖິງສາກົນ” ຍ້ອນກຳລັງພາຍໃນ ແລະ ບັນດາກຳລັງປະກອບອາວຸດ ອີຣານ ພ້ອມແລ້ວທີ່ຈະໂຕ້ຕອບບັນດາການກະທຳທີ່ເປັນປໍລະປັກຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ