ອີຣານ ຢືນຢັນຄວາມໂປ່ງໃສໃນບັນຫານິວເຄຼຍ

(VOVWORLD) - ທ່ານ Nasser Kanaani ເນັ້ນໜັກວ່າ, ອີຣານ ຍັງປະຕິບັດບັນດາສິດ ແລະ ພັນທະຂອງຕົນຢ່າງຄົບຖ້ວນ ຕາມຂໍ້ຕົກລົງນິວເຄຼຍປີ 2015 ທີ່ມີຊື່ວ່າ ແຜນການເຄື່ອນໄຫວຮ່ວມຢ່າງຮອບດ້ານ (JCPOA)
ອີຣານ ຢືນຢັນຄວາມໂປ່ງໃສໃນບັນຫານິວເຄຼຍ - ảnh 1ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ
(ພາບ: IRNA/TTXVN)

        ບັນດາການເຄື່ອນໄຫວນິວເຄຼຍຂອງ ອີຣານ ແມ່ນເພື່ອຈຸດປະສົງສັນຕິພາບ ແລະ ສອດຄ່ອງກັບບັນດາຫຼັກການ, ຂໍ້ກຳນົດສາກົນ ແລະ ປະເທດນີ້ກໍ່ປະຕິບັດພັນທະກ່ຽວກັບຄວາມປອດໄພຢ່າງຄົບຊຸດ ຕາມຂໍ້ຕົກລົງກັບອົງການພະລັງງານປະລະມານູສາກົນ (IAEA). ທ່ານ Nasser Kanaani, ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນວັນທີ 19 ກຸມພາ, ພາຍຫຼັງຄຳກ່າວປາໄສຂອງທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ IAEA, ໂດຍຖືວ່າ, ປະເທດສ.ອິດສະລາມ ຍັງບໍ່ມີຄວາມໂປ່ງໃສກ່ຽວກັບການເຄື່ອນໄຫວດ້ານນິວເຄຼຍ ແລະ ສິ່ງນີ້ເຮັດໃຫ້ເພີ່ມຄວາມສ່ຽງດ້ານຄວາມໝັ້ນຄົງ. ທ່ານ Nasser Kanaani ເນັ້ນໜັກວ່າ, ອີຣານ ຍັງປະຕິບັດບັນດາສິດ ແລະ ພັນທະຂອງຕົນຢ່າງຄົບຖ້ວນ ຕາມຂໍ້ຕົກລົງນິວເຄຼຍປີ 2015 ທີ່ມີຊື່ວ່າ ແຜນການເຄື່ອນໄຫວຮ່ວມຢ່າງຮອບດ້ານ (JCPOA), ພ້ອມທັນຢືນຢັນທິດສະດີການທະຫານຂອງ ອີຣານ ທີ່ບໍ່ລວມມີການພັດທະນາອາວຸດນິວເຄຼຍ. ຖະແຫຼງການຂອງໂຄສົກທ່ານນີ້ກໍ່ເນັ້ນໜັກເຖິງການຟື້ນຟູຂໍ້ຕົກລົງນິວເຄຼຍລະຫວ່າງ ເຕເຮຣານ ແລະ ບັນດາປະເທດມະຫາອຳນາດ ຍັງຄົງນອນຢູ່ໃນໂຄງການດຳເນີນງານຂອງລັດຖະບານ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ