ອີຣານ ຢືນຢັນບັນລຸໄດ້ຜົນງານສຳຄັນໃນດ້ານນິວເຄຼຍ

(VOVWORLD) -ກຸ່ມ P5+1 (ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ແລະ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່.

ວັນທີ 15 ພະຈິກ, ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອົງການພະລັງງານປະລະມານູ ອີຣານ (AEOI) ໄດ້ຢືນຢັນວ່າ ປະເທດນີ້ ບັນລຸໄດ້ຜົນງານສຳຄັນໃນການພັດທະນາຂະແໜງອຸດສາຫະກຳນິວເຄຼຍ, ພ້ອມກັນນັ້ນກຳລັງຄວາມສາມາດເສີມທາດ ຢູລານຽມ ຂອງປະເທດສາທາລະນະລັດອິດສະລາມນີ້ ປັດຈຸບັນບັນລຸໄດ້ 8.660 ຫົວໜ່ວຍວິໄຈ (SWU). ທ່ານ Ali Asghar Zarean ຜູ້ຊ່ວຍວຽກພິເສດຂອງທ່ານ Ali Akbar Salehi ຜູ້ນຳໜ້າອົງການ AEOI ໃຫ້ຮູ້ວ່າ: ສາງສະສົມເສີມທາດ ຢູລານຽມ ຂອງ ອີຣານ ບັນລຸໄດ້ລະດັບກ່ວາ 500 ກິໂລກຼາມ.

ອີຣານ ຢືນຢັນບັນລຸໄດ້ຜົນງານສຳຄັນໃນດ້ານນິວເຄຼຍ - ảnh 1ອີຣານ ຢືນຢັນບັນລຸໄດ້ຜົນງານສຳຄັນໃນດ້ານນິວເຄຼຍ (ພາບ: AP)

        ນັບແຕ່ເດືືອນ ພຶດສະພາ 2019, ອີຣານ ເລີ່ມຕົ້ນຫລຸດຜ່ອນຄຳໝັ້ນສັນຍາໃນຂໍ້ຕົກລົງນິວເຄຼຍລົງ, ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງຖອນຕົວອອກຈາກ JCPOA ພຽງແຕ່ຝ່າຍດຽວເປັນເວລາ 1 ປີ ເຊິ່ງໄດ້ຮັບການລົງນາມລະຫວ່າງ ອີຣານ ແລະ ກຸ່ມ P5+1 ເຊິ່ງລວມມີ ( ອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ແລະ ຈັດວາງບັນດາມາດຕະການລົງໂທດ ອີຣານ ຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ