ອີຣານ ຢາກ​ພັດ​ທະ​ນາ​ສາຍ​ພົ​ວ​ພັນ​ຍາວ​ນານ ແລະ ຍຸດ​ທະ​ສາດ​ກັບ ລັດ​ເຊຍ

(VOVWORLD) -ອີຣານ ບໍ່ມີຂໍ້ຈຳກັດໃດໆ ໃນນະໂຍບາຍເປີດກວ້າງການພົວພັນກັບ ລັດເຊຍ ແລະ ເຕເຮຣານ ຢາກພັດທະນາສາຍພົວພັນກັບ ມົດສະກູ ບໍ່ແມ່ນໃນໄລຍະສັ້ນ, ຫາກແມ່ນໃນໄລຍະຍາວນານ ແລະ ມີລັກສະນະຍຸດທະສາດ.
ອີຣານ ຢາກ​ພັດ​ທະ​ນາ​ສາຍ​ພົ​ວ​ພັນ​ຍາວ​ນານ ແລະ ຍຸດ​ທະ​ສາດ​ກັບ ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ Ebrahim Raisi (ພາບ:  THX/TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລັດເຊຍ, ວັນທີ 19 ມັງກອນ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ແລະ ຄູ່ຕຳແໜ່ງປະເທດເຈົ້າພາບ ລັດເຊຍ ທ່ານ Vladimir Putin ໄດ້ຍ້ອງຍໍຊົມເຊີຍສາຍພົວພັນສອງຝ່າຍ, ນັບທັງໃນສະພາບທີ່ຄວາມກົດດັນກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ ອີຣານ ປີ 2015 ຫຼື ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເພີ່ມຂຶ້ນ. ນີ້ແມ່ນການໄປປະຕິບັດງານຕ່າງປະເທດທີ່ສຳຄັນທີ່ສຸດ ນັບແຕ່ເມື່ອທ່ານ Ebrahim Raisi ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ເມື່ອເດືອນສິງຫາ 2021.

        ກ່າວຄຳເຫັນໃນການຢ້ຽມຢາມ, ທ່ານປະທານາທິບໍດີ Ebrahim Raisi ຢັ້ງຢືນວ່າ ອີຣານ ບໍ່ມີຂໍ້ຈຳກັດໃດໆ ໃນນະໂຍບາຍເປີດກວ້າງການພົວພັນກັບ ລັດເຊຍ ແລະ ເຕເຮຣານ ຢາກພັດທະນາສາຍພົວພັນກັບ ມົດສະກູ ບໍ່ແມ່ນໃນໄລຍະສັ້ນ, ຫາກແມ່ນໃນໄລຍະຍາວນານ ແລະ ມີລັກສະນະຍຸດທະສາດ.

        ສ່ວນທ່ານປະທານາທິບໍດີ Putin ກໍຍ້ອງຍໍຊົມເຊີຍການຮ່ວມມືຢ່າງແໜ້ນແຟ້ນຂອງສອງປະເທດໃນເວທີສາກົນ ແລະ ເນັ້ນໜັກວ່າ “ສິ່ງສຳຄັນທີ່ສຸດສຳລັບຂ້າພະເຈົ້າ ແມ່ນຢາກຮູ້ທັດສະນະຂອງທ່ານກ່ຽວກັບແຜນການດຳເນີນງານຮ່ວມຮອບດ້ານ”.

        ພາຍຫຼັງການເຈລະຈາລະຫວ່າງປະທານາທິບໍດີສອງປະເທດ, ອີຣານ ໄດ້ມອບຮ່າງຂໍ້ຕົກລົງວ່າດ້ວຍການຮ່ວມມືຍຸດທະສາດໄລຍະ 20 ປີ ຈະມາເຖິງ ໃຫ້ແກ່ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ