ອີ​ຣານ ຢ້ຳ​ຄືນ​ເງື່ອ​ນ​ໄຂ ກ່ອນ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ປີ 2015

(VOVWORLD) -ທ່ານລັດຖະມົນຕີກະຊວງການຕ່າງປເທດ ອີຣານ Mohammad Javad Zarif ໄດ້ຢ້ຳຄືນຄຳສະເໜີຕໍ່ ອາເມລິກາ ວ່າ ກ່ອນອື່ນໝົດ ຕ້ອງຍົກເລີກຄຳສັ່ງຕ່າງໆສຳລັບປະເທດນີ້ ຖ້າຫາກຢາກເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເຊິ່ງ ອີຣານ ໄດ້ລົງນາມກັບບັນດາປະເທດມະຫາອຳນາດໃນໂລກ (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ຈີນ) ເມື່ອປີ 2015.
ອີ​ຣານ ຢ້ຳ​ຄືນ​ເງື່ອ​ນ​ໄຂ ກ່ອນ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ປີ 2015 - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປເທດ ອີຣານ Mohammad Javad Zarif (ພາບ: IRNA/TTXVN)

ວັນທີ 21 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປເທດ ອີຣານ Mohammad Javad Zarif ໄດ້ຢ້ຳຄືນຄຳສະເໜີຕໍ່ ອາເມລິກາ ວ່າ ກ່ອນອື່ນໝົດ ຕ້ອງຍົກເລີກຄຳສັ່ງຕ່າງໆສຳລັບປະເທດນີ້ ຖ້າຫາກຢາກເຈລະຈາກ່ຽວກັບຂໍ້ຕົກລົງນິວເຄຼຍ ທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ເຊິ່ງ ອີຣານ ໄດ້ລົງນາມກັບບັນດາປະເທດມະຫາອຳນາດໃນໂລກ (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ ແລະ ຈີນ) ເມື່ອປີ 2015.

        ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ໃນສະພາບການທີ່ ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Joe Biden  ຫາກໍຖະແຫຼງວ່າ ໄດ້ກຽມພ້ອມເພື່ອເຈລະຈາກັບ ອີຣານ ກ່ຽວກັບເລື່ອງທັງສອງປະເທດ ຈະກັບຄືນສູ່ຂໍ້ຕົກລົງດັ່ງກ່າວ - ເຊິ່ງໄດ້ຮັບຖືວ່າ ແມ່ນເພື່ອແນໃສ່ຈຳກັດໂຄງການນິວເຄຼຍ ຂອງ ອີຣານ, ແທນທີ່ນັ້ນ, ປະເທດນີ້ກໍຈະໄດ້ຫຼຸດຄຳສັ່ງລົງໂທດສາກົນລົງ.

        ປັດຈຸບັນ, ທັງ ອີຣານ ແລະ ອາເມລິກາ ລ້ວນແຕ່ບໍ່ລົງລອຍກັນກ່ຽວກັບເລື່ອງ ປະເທດໃດຈະປະຕິບັດບາດກ້າວເດີນທຳອິດ ເພື່ອຟື້ນຟູສັນຍາ JCPOA. ອີຣານ ຢັ້ງຢືນວ່າ ກ່ອນອື່ນໝົດ ວໍຊິງຕັນຕ້ອງຍົກເລີກບັນດາມາດຕະການລົງໂທດ, ໃນຂະນະທີ່ ອາເມລິກາ ຖືວ່າ ເຕເຮຣານ ຕ້ອງປະຕິບັດຂໍ້ຕົກລົງ JCPOA ສາກ່ອນ.


ຕອບກັບ

ຂ່າວ/ບົດ​ອື່ນ