​ອີຣານ, ລັດເຊຍ, ຈີນ ເລີ່ມຕົ້ນການຊ້ອມຮົບຕ້ານໂຈນສະຫລັດ

(VOVWORLD) - ວັນທີ 21 ມັງກອນ, ສາມປະເທດ ລວມມີ ອີຣານ, ລັດເຊຍ ແລະ ຈີນ ໄດ້ເລີ່ມຕົ້ນການຊ້ອມຮົບທາງອາກາດ ແລະ ທາງທະເລ ຢູ່ ມະຫາສະມຸດ ອິນເດຍ ເພື່ອແນໃສ່ຕ້ານໂຈນສະຫລັດ.

ໂຄສົກການຊ້ອມຮົບຂອງອີຣານ, ພົນເຮືອເອກ Mustafa Tajeddini  ໃຫ້ຮູ້ວ່າ: ການຊ້ອມຮົບແມ່ນນອນໃນຂອບເຂດການຮ່ວມມືປ້ອງກັນຄວາມສະຫງົບ ແລະການທະຫານລະຫວ່າງສາມປະເທດ ເພື່ອແນໃສ່ຮັບມືກັບໄພນາບຂູ່ທີ່ພວມມີຢູ່ແລ້ວ. ການຊ້ອມຮົບດັ່ງກ່າວແມ່ນ ດຳເນີນໃນເວລາ 3 ວັນ ໃນ ເຂດທະເລກວ້າງ 17.000 ກີໂລຕາແມັດ ຢູ່ ທາງທິດເຫນືອຂອງ ມະຫາສະມຸດອິນເດຍ ເພື່ອແນໃສ່ປັບປຸງຄວາມສາມາດປ້ອງກັນ, ກຽມພ້ອມສູ້ຮົບກໍ່ຄືເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ກຳລັງທະຫານເຮືອ 3 ປະເທດ, ຜ່ານນັ້ນ ຮັບປະກັນຄວາມໝັ້ນຄົງລວມ ແລະ ຕ້ານການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ