ອີ​ຣານ, ລັດ​ເຊຍ ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ

(VOVWORLD) -ການເຈລະຈາເພື່ອກອບກູ້ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ລົງນາມໃນປີ 2015 (ແຜນການດຳເນີນງານຮ່ວມຮອບດ້ານ - JCPOA) ພວມ “ໄປຕາມທິດທີ່ດີ” ແລະ ອາດຈະບັນລຸໄດ້ຂໍ້ຕົກລົງ ຖ້າຫາກວ່າຝ່າຍອື່ນໆກໍ “ມີເຈດຕະນາດີ” ແລະ “ເຂັ້ມງວດ”.
ອີ​ຣານ, ລັດ​ເຊຍ ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ນິວ​ເຄຼຍ - ảnh 1ການເຈລະຈາໃນວັນທີ 27 ທັນວາ (ພາບ:  AFP/TTXVN)
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 28 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ຖືວ່າ ການເຈລະຈາເພື່ອກອບກູ້ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ລົງນາມໃນປີ 2015 (ແຜນການດຳເນີນງານຮ່ວມຮອບດ້ານ - JCPOA) ພວມ “ໄປຕາມທິດທີ່ດີ” ແລະ ອາດຈະບັນລຸໄດ້ຂໍ້ຕົກລົງ ຖ້າຫາກວ່າຝ່າຍອື່ນໆກໍ “ມີເຈດຕະນາດີ” ແລະ “ເຂັ້ມງວດ”. ທ່ານກໍສະແດງຄວາມເຊື່ອໝັ້ນຕໍ່ການບັນລຸໄດ້ຂໍ້ຕົກລົງໃນໂດຍໄວ ແລະ ໃນອະນາຄົດໃກ້ໆນີ້ ຖ້າຫາກວ່າ ບັນດາຝ່າຍທີ່ຍັງເຫຼືອເຂັ້ມງວດຕໍ່ການເຈລະຈານີ້ກວ່າອີກ.

        ໃນວັນດຽວກັນ, ທ່ານ Mikhail Ulyanov ທູດພິເສດກ່ຽວກັບບັນຫານິວເຄຼຍ ຂອງ ລັດເຊຍ ໃຫ້ຮູ້ວ່າ ການເຈລະຈາຟື້ນຟູຂໍ້ຕົກລົງ JCPOA ຢູ່ ວຽນ (ໂອຕາລິດ) ພວມ “ມີຄວາມຄືບໜ້າທີ່ດີ ເຊິ່ງບໍ່ສາມາດປະຕິເສດໄດ້”. ທ່ານ Mikhail Ulyanov ໃຫ້ຮູ້ວ່າ ການຍົກເລີກຄຳສັ່ງລົງໂທດພວມໄດ້ຮັບການປຶກສາຫາລືຢ່າງຟົດຟື້ນໃນການພົບປະບໍ່ເປັນທາງການ.

        ປັດຈຸບັນ, ທ່ານ Mikhail Ulyanov ພວມເຂົ້າຮ່ວມຮອບເຈລະຈາຄັ້ງທີ 8 ກ່ຽວກັບຂໍ້ຕົກລົງນິເຄຼຍ ອີຣານ ທີ່ຫາກໍໄດ້ຮັບການເຊື່ອມຕໍ່ຄືນໃໝ່ໃນວັນທີ 27 ທັນວາ ດ້ວຍເລື່ອງ ເຕເຮຣານ ສຸມໃສ່ການຮຽກຮ້ອງໃຫ້ຍົກເລີກຄຳສັ່ງລົງໂທດ.


ຕອບກັບ

ຂ່າວ/ບົດ​ອື່ນ