ອີ​ຣານ ວາງເງື່ອນ​ໄຂເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຢ່າງ​ຄົບ​ຖ້ວນ

(VOVWORLD) -ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ເຊິ່ງໄດ້ລົງນາມກັບບັນດາປະເທດມະຫາອຳນາດ ໃນກຸ່ມ P5+1 ເມື່ອປີ 2015, ພາຍຫຼັງທີ່ຝ່າຍຕ່າງໆເຄົາລົບບັນດາຄຳໝັ້ນສັນຍາຂອງຕົນ.
ອີ​ຣານ ວາງເງື່ອນ​ໄຂເພື່ອ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຢ່າງ​ຄົບ​ຖ້ວນ - ảnh 1ຮາກຖານເສີມທາດຢູລານຽມ ຢູ່ ອີຣານ (ພາບ: AFP/TTXVN)


       
ວັນທີ 9 ທັນວາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຖະແຫຼງວ່າ ປະເທດນີ້ ພ້ອມແລ້ວທີ່ຈະປະຕິບັດຂໍ້ຕົກລົງນິວເຄຼຍຄືນໃໝ່ຢ່າງຄົບຖ້ວນ, ຫຼື ຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA), ເຊິ່ງໄດ້ລົງນາມກັບບັນດາປະເທດມະຫາອຳນາດ ໃນກຸ່ມ P5+1 ເມື່ອປີ 2015, ພາຍຫຼັງທີ່ຝ່າຍຕ່າງໆເຄົາລົບບັນດາຄຳໝັ້ນສັນຍາຂອງຕົນ.

        ທ່ານປະທານາທິບໍດີ Hassan Rouhani ເນັ້ນໜັກວ່າ ພາຍຫຼັງທີ່ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງ JCPOA ປະຕິບັດຄວາມຮັບຜິດຊອບທັງໝົດຂອງເຂົາເຈົ້າ, ອີຣານ ກໍຈະສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນ. ໄປຄຽງຄູ່ກັນນັ້ນ, ທ່ານກໍຢ້ຳຄືນຄວາມຕັດສິນໃຈຍາດແຍ່ງເອົາ “ໂອກາດ” ໃນສະພາບທີ່ປ່ຽນປະທານາທິບໍດີ ອາເມລິກາ ໃນເດືອນ ມັງກອນ 2021, ໂດຍບໍ່ຫົວຊາຕໍ່ການຕຳໜິຕິຕຽນຈາກບັນດາຝ່າຍຫົວບູຮານ.


ຕອບກັບ

ຂ່າວ/ບົດ​ອື່ນ