ອີຣານ ວາງເງື່ອນໄຂເພື່ອຢຸດຕິ ການເສີມທາດ urani ລະດັບ 20%

ອີຣານ ວາງເງື່ອນໄຂເພື່ອຢຸດຕິ       ການເສີມທາດ urani ລະດັບ 20% - ảnh 1
ໂຮງງານນິວເຄຼຍ ຂອງ ອີຣານ
ພາບ: internet



(vovworld) - ວັນ​ທີ 26/9, ທ່ານ Ali Asghar Soltanieh, ຜູ້ຕາງຫນ້າ​ຂອງ​ອີຣານ ປະຈຳ ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ໄດ້      ​ສະ​ເຫ​ນີຢຸດຕິ​ການ​ເສີມ​ທາດ urani ​ໃນລະດັບ 20% ຖ້າ​ຫາກ​ຝ່າຍ​ຕາ​ເວັນ​ຕົກ​ຍົກ​ເລິກ​ບັນດາ​ມາດ​ຕະການ​ລົງ​ໂທດ Tehran. ຕາມ​ທ່ານ Soltanieh​ ​ແລ້ວ, ຄຳ​      ສະ​ເຫ​ນີດັ່ງກ່າວ​ຖືກ​ຍົກ​ອອກ​​ໃນ​ການ​ພົບ​ປະ​ຫວ່າງ​ແລ້ວ​ນີ້ ລະຫວ່າງ ທ່ານ Saeed Jalili ຫົວຫນ້າ​ຄະນະ​ເຈລະຈາ​ນິວ​ເຄຼຍ ​ແລະ ທ່ານ​ນາງ Catherine Ashton ຜູ້ຕາງຫນ້າ​ຂັ້ນ​ສູງ​ຮັບຜິດຊອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ ຢູ່ Istanbul ປະ​ເທດ ຕວກກີ. ທ່ານ Soltanieh ຖະ​ແຫລ​ງວ່າ ອີຣານ ພ້ອມ​ແລ້ວ​ທີ່​ຈະຢຸດຕິ​ການ​ເສີມ​ທາດ urani ລະດັບ 20% ດ້ວຍ​ເງື່ອນ​ໄຂ​ຝ່າຍ​ຕາ​ເວັນ​ຕົກ​ຕ້ອງ​ມີ​ການກະທຳ​​ຕອບ​ແທນ​ໃຫ້​ເໝາະ​ສົມ, ນັ້ນ​ແມ່ນ​ການ​ຢຸດຕິ​ບັນດາ​ມາດ​ຕະການ​ລົງ​ໂທດ. ການ​ເຈລະຈາ​ລະຫວ່າງ ທ່ານ Jalili  ​ແລະ ທ່ານ​ນາງ Ashton ດຳ​ເນີນ​ໄປ​ໃນ​ວັນ​ທີ 18/9 ຢູ່ Istanbul ​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ ອີຣານ ​ແລະ ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ ຂອງ Teheran. ຫົວຫນ້າ​ຄະນະ​ເຈລະຈາ​ນິວ​ເຄຼຍ ຂອງ​ອີຣານ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ມີ​ຄວາມ​​ເພິ່ງ​ພໍ​ໃຈ​ຕໍ່​ກັບ​ໝາກຜົນ​ຂອງ​ການ​ພົບ​ປະຄັ້ງ​ນີ້.

 

 

ຂ່າວ/ບົດ​ອື່ນ