ອີຣານ ສົ່ງສັນຍານບໍ່ ຖອນຫຼັງໃນໂຄງການນິວເຄຼ

ອີຣານ ສົ່ງສັນຍານບໍ່ ຖອນຫຼັງໃນໂຄງການນິວເຄຼ - ảnh 1
ພາບປະກອບ

(vovworld) - ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ພະລັງງານ ນິວ​​ເຄຼຍ​ເຊິ່ງຈັດ​ຂຶ້ນ​ຢູ່ St Petersburg, ປະ​ເທດ ​ລັດ​ເຊຍ, ວັນ​ທີ 28/6, ຫົວໜ້າ​ອົງການ​ພະລັງງານ​ປະລະມານູ​ ອີຣານ, ທ່ານ Fereydoun Abbasi – Davani ຢຶນຢັນວ່າ​ເລື່ອງ​ຜະລິດ​ເຊື້ອ​​ເພີງ​ນິ​ວເຄຼຍຈະ​ສືບ​ຕໍ່ປະຕິບັດຖືກ​ຕາມຈຸດໝາຍ​ເຊິ່ງ ອີຣານ ​ໄດ້​ປະກາດ, ບັນດາ​ການ​ເຄື່ອນ​ໄຫວ​ເສີມ​ທາ​ດຢູຣານຽມ ຮັບ​ໃຊ້​ໂຄງການ​ຜະລິດ​ເຊື້ອ​ເພີງກໍ່​ບໍ່​ປ່ຽນ​ແປງ ​ແລະ ຮາກ​ຖານ​ນິວ​ເຄຼຍ Fordow ຢູ່​ໃຕ້​ດິນ​ເຊິ່ງ ຝ່າຍ​ຕາ​ເວັນ​ຕົກ​ຢາກ​ໃຫ້ ອີຣານ ປິດ​ປະຕູ​ໄວ້​ນັ້ນຈະ​ສືບ​ຕໍ່​ເຄື່ອນ​ໄຫວ​ເປັນ​ປົກກະ​ຕິ. ທ່ານ Abbasi – Davani ​ໃຫ້​ຮູ້​ວ່າ: ກ່ອນ​ນີ້ 3 ວັນ, ​ໂຮງງານ​ໄຟຟ້ານິວ​ເຄຼຍ Bushehr ​ແຫ່ງໜຶ່ງດຽວ​ຂອງ ອີຣານ ​ໄດ້​ເຄື່ອນ​ໄຫວ​ຄືນ​ໃໝ່ ດ້ວຍ​ກຳລັງ​ໄຟຟ້າ 1.000 mw. ​​ແຕ່ດົນ​ນານ​ມາ​ແລ້ວ, ໂຄງການ​ເສີມ​ທາດ​ຢູຣານຽ​ມຂອງ ອີຣານ​ ​ໄດ້​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຫຼາຍ​ຢ່າງເຖິງ​ວ່າ ​ເຕ​ເຮຣານ ​ໄດ້ຢືນຢັນ​ວ່າບັນດາ​ການ​ເຄື່ອນ​ໄຫວ​ນີ້​ເພື່ອ​ແນ​ໃສ່​ຜະລິດ​ໄຟຟ້າ ຮັບ​ໃຊ້​ຈຸດປະສົງ​ພົນລະ​ເຮືອນ ​ແລະ ສາທາລະນະ​ສຸກ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ຍັງມີ​ຄວາມ​ວິຕົກ​ວັງ​ວົນວ່າ ອີຣານ ຈະ​ເສີມທາ​ດຢູຣານຽ​ມຢູ່​ລະດັບ​ສູງ​ກ່ວາ​ເພື່ອ​ຜະລິດ​ລະ​ເບີດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ