ອີຣານ ສືບສອນສອບສວນເຫດລອບສັງຫານການນຳ Hamas

(VOVWORLD) -ຫົວຫນ່ວຍຊືບລາຊະການລັບພິເສດຂອງ IRGC ຮັບຜິດຊອບການສືບສວນສອບສວນ ແລະ ພວມດຳເນີນການໄລ່ຈັບບັນດາຕົວການ.

 

ອີຣານ ສືບສອນສອບສວນເຫດລອບສັງຫານການນຳ Hamas - ảnh 1ການນຳຂະບວນການອິດສະລາມ Hamas , ທ່ານ Ismail Haniyeh. ພາບ:IRNA/TTXVN

ວັນທີ 3 ສິງຫາ, ຫນັງສືິ່ພິມ New York Times ຂອງ ອາເມລິກາ ໄດ້ຄັດສະເຫນີແຫລ່ງຂ່າວໃຫ້ຮູ້ວ່າ: ອີຣານ ໄດ້ກັກຄຸ້ມຂັງ 20 ຄົນໃນການສືບສວນສອບສວນເຫດບຸກໂຈມຕີເຮັດໃຫ້ການນຳ Hamas Ismail Haniyeh ຖືກເສຍຊີວິດ ເມື່ອທ່ານໄປຍັງປະເທດ ສ. ອິດສະລາມເພື່ອເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແຫນ່ງຂອງທ່ານ ປະທານາທິບໍດີ Masoud Pezeshkia. ໃນຈຳນວນຜູ້ຖືກຈັບຕົວນັ້ນ ມີບັນດານັກຊືບລາຊະການລັບຂັ້ນສູງ, ນາຍທະຫານ  ແລະ ພາລະກອນໂຮງແຮມ ໂດຍກຳລັງພິທັກປະຕິວັດອິດສະລາມ ອີຣານ(IRGC) ຄຸ້ມຄອງຢູ່ ນະຄອນຫລວງ ເຕເຮຣານ ແມ່ນບ່ອນເກີດເຫດບຸກໂຈມຕີເຮັດໃຫ້ທ່ານ Haniyeh ເສຍຊີວິດ.

 ຫົວຫນ່ວຍຊືບລາຊະການລັບພິເສດຂອງ IRGC ຮັບຜິດຊອບການສືບສວນສອບສວນ ແລະ ພວມດຳເນີນການໄລ່ຈັບບັນດາຕົວການ.

ຕອບກັບ

ຂ່າວ/ບົດ​ອື່ນ