ອີີ​ຣານ ​ສະ​ແດງເຈດ​ຕະ​ນາ​ດີ​ໃນ​ການ​ເຈ​ລະ​ຈາດ້ານ​ນິວ​ເຄຼຍ

(VOVWORLD) -ຖະແຫຼງການຂອງ ທ່ານ ລັດຖະມົນຕີ Zarif ໄດ້ຍົກອອກມາ ພາຍຫຼັງບັນດາແຫຼ່ງຂ່າວການທູດເອີລົບ ເປີດເຜີຍວ່າ ຫວ່າງມໍ່ໆມານີ້ ອີຣານ ໄດ້ສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າຕໍ່ການສະເໜີຈັດຕັ້ງການເຈລະຈາບໍ່ເປັນທາງການກ່ຽວກັບໂຄງການນິວເຄຼຍ ຂອງ ເຕເຮຣານ.
ອີີ​ຣານ ​ສະ​ແດງເຈດ​ຕະ​ນາ​ດີ​ໃນ​ການ​ເຈ​ລະ​ຈາດ້ານ​ນິວ​ເຄຼຍ - ảnh 1ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Mohammad Javad Zarif  (ພາບ:  Reuters)

ວັນທີ 5 ມີນາ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ Mohammad Javad Zarif ໃຫ້ຮູ້ວ່າ ອີຣານ ຈະຍົກອອກແຜນການກະທຳ “ທີ່ມີລັກສະນະສ້າງສັນ” ໂດຍໄວ ເຊິ່ງກ່ຽວຂ້ອງເຖິງໂຄງການນິວເຄຼຍ ຂອງ ເຕເຮຣານ. ຖະແຫຼງການຂອງ ທ່ານ ລັດຖະມົນຕີ Zarif ໄດ້ຍົກອອກມາ ພາຍຫຼັງບັນດາແຫຼ່ງຂ່າວການທູດເອີລົບ ເປີດເຜີຍວ່າ ຫວ່າງມໍ່ໆມານີ້ ອີຣານ ໄດ້ສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າຕໍ່ການສະເໜີຈັດຕັ້ງການເຈລະຈາບໍ່ເປັນທາງການກ່ຽວກັບໂຄງການນິວເຄຼຍ ຂອງ ເຕເຮຣານ. ອາເມລິກາ ກໍ່ສະແດງຄວາມຫວັງວ່າ ອີຣານຈະເຂົ້າຮ່ວມຄວາມມານະພະຍາຍາມທາງການທູດ ພາຍຫຼັງບັນດາສຳພັນທະມິດເອີລົບ ຖອນຄືນແຜນການປະກາດມະຕິກ່າວປະນາມ ເຕເຮຣານ ຢູ່ກອງປະຊຸມຂອງອົງການພະລັງງານປະລະມານູສາກົນ (IAEA) ທີ່ຫາກໍ່ດຳເນີນຢູ່ Vienna (ປະເທດ ໂອຕາລິດ).

ຕອບກັບ

ຂ່າວ/ບົດ​ອື່ນ