ອີຣານ ສາມາດຕາງໜ້າບັນດາປະເທດ NAM ຢ້ຽມຢາມເຂດທະຫານ

ອີຣານ ສາມາດຕາງໜ້າບັນດາປະເທດ NAM ຢ້ຽມຢາມເຂດທະຫານ - ảnh 1
ເຂດ​ທະຫານ Parchin
( ພາບ: xaluan.com )

(vovworld) -     ວັນ​ທີ 27/8, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Mohammad Mahdi Akhounzadeh ​ໃຫ້​ຮູ້​ວ່າ ​ເຕ​ເຣຣານ ອາ​ດຈະ​ອະນຸຍາດ​​ໃຫ້​ຜູ້ຕາງໜ້າ​​ບັນດາ​ປະ​ເທດ​ສະມາຊິກ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (NAM) ​ມາ​ຢ້ຽມຢາມ​ເຂດ​ທະຫານ Parchin ຢູ່​ທິດຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ​ນີ້, ບ່ອນ​ທີ່​ອົງການພະລັງງານ​ປະນາ​ມະນູ​ສາກົນ (IAEA) ສົງ​ໄສ​ວ່າ ອີຣານ ພວມ​ປະຕິບັດ​ບັນດາ​ການທົດ​ລອງນິວ​ເຄຼຍ. ນີ້​ຖືກຖືວ່າ​ແມ່ນ​ຄວາມ​ມານະ​ພະຍາຍາມ​​ໃໝ່​ສຸດ​ຂອງ​ລັດອິສະລາມ ​ໃນ​​ເລື່ອງ​ໂຄສະ​ນາ​ທາດ​ແທ້​ຂອງ​ໂຄງການ​ພັດທະນາ​ນິວ​ເຄຼຍ ​ເພື່ອ​ຈຸດໝາຍ​ສັນຕິພາບ, ພ້ອມ​ກັນ​ນັ້ນກໍ​ສະ​ແດງ​ທ່າ​ທີ​ເປີດ​ເຜີຍ​ຕໍ່​ບັນດາ​ປະ​ເທດ​ສະມາຊິກ NAM ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງ NAM ຄັ້ງ​ທີ 16, ​ແຕ່​ວັນ​ທີ 26 – 31/8. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Akhounzadeh ​ໄດ່ຢືນຢັນ​ວ່າ; “ການ​ຢ້ຽມຢາມ​ຄັ້ງ​ນີ້​ບໍ່​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ… ​ແຕ່​ພາຍຫຼັງພິຈາລະນາ​ຢ່າງ​ເຂັ້ມ​ງວດ, ອີຣານ ​ໄດ້​ກຽມພ້ອມ​ຈັດ​ຕັ້ງ​ການ​ຢ້ຽມຢາມ​ດັ່ງກ່າວ”. ອີຣານ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີດັ່ງກ່າວ ພາຍຫຼັງທີ່ IAEA ສະ​ເໜີ​ໃຫ້ ​ເຕ​ເຣຣານ ອະນຸຍາດ​ໃຫ້​ຜູ້​ສັງ​ເກດ​ການ​ຂອງ​ອົງການ​ນີ້ ​ໄດ້​ມາ​ຢ້ຽມຢາມ​ຮາກ​ຖານ​ການ​ທະຫານ Pachin ​ໃນ​ການ​ພົບ​ປະ​ຢູ່ ວຽນ, ​ປະ​ເທດໂອ​ຕາຣິດ ​ເມື່ອອາທິດ​ກ່ອນ.

ຂ່າວ/ບົດ​ອື່ນ