ອີຣານ ຫວັງວ່າ ການຢ້ຽມຢາມຂອງຜູ້ອຳນວຍການໃຫຍ່ IAEA ມີລັກສະນະສ້າງສັນ

(VOVWORLD) - ຕາມແຜນການແລ້ວ, ທ່ານ Rafael Grossi ໄປເຖິງ ເຕເຮຣານ ໃນວັນທີ 22 ພະຈິກ, ກ່ອນທີ່ດຳເນີນການເຈລະຈາເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015 (JCPOA) ເຊິ່ງໄດ້ຮັບການເຊື່ອມຕໍ່ຄືນໃໝ່ພຽງ 2 – 3 ວັນ.
ອີຣານ ຫວັງວ່າ ການຢ້ຽມຢາມຂອງຜູ້ອຳນວຍການໃຫຍ່ IAEA ມີລັກສະນະສ້າງສັນ - ảnh 1ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ
(ພາບປະກອບ: dw.com)

ວັນທີ 22 ພະຈິກ, ອີຣານ ສະແດງຄວາມຫວັງວ່າ ການຢ້ຽມຢາມຂອງທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ຈະມີລັກສະນະສ້າງສັນ. ຕາມແຜນການແລ້ວ, ທ່ານ Rafael Grossi ໄປເຖິງ ເຕເຮຣານ ໃນວັນທີ 22 ພະຈິກ, ກ່ອນທີ່ດຳເນີນການເຈລະຈາເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015 (JCPOA) ເຊິ່ງໄດ້ຮັບການເຊື່ອມຕໍ່ຄືນໃໝ່ພຽງ 2 – 3 ວັນ. ໂຄສົກກະຊວງການຕ່າງປະເທດອີຣານ ທ່ານ Saeed Khatibzadeh ຊີ້ແຈ້ງວ່າ: ອີຣານ ຮຽກຮ້ອງໃຫ້ IAEA ສືບຕໍ່ຮ່ວມມືກັນໃນບັນດາບັນຫາເຕັກນິກ, ບໍ່ປະໃຫ້ປະເທດໃດເອົາຊື່ສຽງຮຽງນາມຂອງ IAEA ເພື່ອເດີນຕາມຈຸດປະສົງການເມືອງຂອງຕົນ.

        ຕາມແຜນການ, ທ່ານຜູ້ອຳນວຍການໃຫຍ່ IAEA ຈະມີການພົບປະກັບທ່ານ Hossein Amir – Abdollahian, ລັດຖະມົນຕີການຕ່າງປະເທດອີຣານ ແລະ ທ່ານ Mohammad Eslami, ຮອງປະທານາທິບໍດີ ທັງເປັນຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມະນູອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ