ອີຣານ, ອີຣັກ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍມາດຕະການແກ້ໄຂບັນດາກຸ່ມປະກອບອາວຸດຊາວ Kurd

(VOVWORLD) - ອີຣານ ແລະ ອີຣັກ ໄດ້ລົງນາມໃນຂໍ້ຕົກລົງ, ຕາມນັ້ນແລ້ວ, ອີຣັກ ໃຫ້ຄຳໝັ້ນສັນຍາ ຈະປົດອາວຸດ, ລົບລ້າງບັນດາຖານທີ່ໝັ້ນດ້ານການທະຫານ ແລະ ຍົກຍ້າຍທະຫານແຍກຕົວປະກອບອາວຸດ ແລະ ບັນດາກຸ່ມກໍ່ການຮ້າຍຢູ່ໃນຜື້ນແຜ່ນດິນຂອງຕົນໄປເຂດອື່ນ ກ່ອນວັນທີ 19 ກັນຍາ
ອີຣານ, ອີຣັກ ບັນລຸໄດ້ຂໍ້ຕົກລົງວ່າດ້ວຍມາດຕະການແກ້ໄຂບັນດາກຸ່ມປະກອບອາວຸດຊາວ Kurd - ảnh 1ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Nasser Kanaani
(ພາບ: IRNA/TTXVN)

        ວັນທີ 28 ສິງຫາ, ກະຊວງການຕ່າງປະເທດ ອີຣານ ແຈ້ງໃຫ້ຊາບວ່າ ປະເທດນີ້ບັນລຸໄດ້ຂໍ້ຕົກລົງກັບ ອີຣັກ ກ່ຽວກັບເລື່ອງ ແບກແດດ ຈະປົດອາວຸດ ແລະ ຍົກຍ້າຍບັນດາກຸ່ມປະກອບອາວຸດຊາວ Kurd ຢູ່ທາງພາກເໜືອ ປະເທດນີ້. ກ່າວຄຳເຫັນທີ່ ການຖະແຫຼງຂ່າວປະຈຳອາທິດ, ໂຄສົກກະຊວງການຕ່າງປະເທດ ອີຣານ ທ່ານ Nasser Kanaani ຊີ້ແຈ້ງວ່າ: “ອີຣານ ແລະ ອີຣັກ ໄດ້ລົງນາມໃນຂໍ້ຕົກລົງ, ຕາມນັ້ນແລ້ວ, ອີຣັກ ໃຫ້ຄຳໝັ້ນສັນຍາ ຈະປົດອາວຸດ, ລົບລ້າງບັນດາຖານທີ່ໝັ້ນດ້ານການທະຫານ ແລະ ຍົກຍ້າຍທະຫານແຍກຕົວປະກອບອາວຸດ ແລະ ບັນດາກຸ່ມກໍ່ການຮ້າຍຢູ່ໃນຜື້ນແຜ່ນດິນຂອງຕົນໄປເຂດອື່ນ ກ່ອນວັນທີ 19 ກັນຍາ”. ແຈ້ງການກໍ່ບໍ່ເຜີຍໃຫ້ຮູ້ສະຖານທີ່ເຊິ່ງບັນດາກຸ່ມປະກອບອາວຸດຈະໄດ້ຍົກຍ້າຍໄປ. ຝ່າຍ ອີຣານ ຍັງບໍ່ທັງຍົກອອກຄຳເຫັນໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ