ອີຣານ ອາດຈະຮ່ວມມືເສດຖະກິດກັບ ອາເມລິກາ

ອີຣານ ອາດຈະຮ່ວມມືເສດຖະກິດກັບ ອາເມລິກາ - ảnh 1
ທ່ານ Mohammad Javad Zartif ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ

(vovworld) – ​ ວັນ​ທີ 18/01 ທ່ານ Mohammad Javad Zartif ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ຖະ​ແຫຼ​ງວ່າ Tehran ອາດ​ຈະ​ສົ່ງ​ເສີມ​ການ​ພົວພັນ​ເສດຖະກິດ​ກັບ ອາ​ເມ​ລິ​ກາ ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ຄວາມ​ແຕກ​ຕ່າງ​ກັນ​ທີ່​ມີ​ຢູ່​ແລ້ວ​ໃນປະຈຸ​ບັນ​​ລະຫວ່າງ 2 ປະ​ເທດ. ຕາມ​ສຳນັກ​ຂ່າວສານ Tasnim ຂອງ ອີຣານ, ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ຢູ່​ນະຄອນ Davos, ທ່ານ Zartif ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ນີ້​ເອົາ​ໃຈ​ໃສ່​ເຖິງ​ເລື່ອ​ງ​ເປີດກ້ວາງ​ການ​ພົວພັນ​ກັບ​ສະຫະພາບ ​ເອີ​ລົບ (ອີ​ຢູ) ​ແລະ ອາດ​ຈະ​ມີ​ການ​ພົວພັນ​ເສດຖະກິດ​ກັບ ອາ​ເມ​ລິ​ກາ. ​ໃນ​ຂະນະ​ທີ່ ອີຣານ ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ດ້ານ​ການ​ເມືອງ​ກັບ ອາ​ເມ​ລິ​ກາ, Tehran ບໍ່ປິດ​ປະຕູ​ການ​ພົວພັນ​ເສດຖະກິດ​ກັບ ວໍ​ຊິງ​ຕັນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ກໍ່​ເຕື້ອງ​ເຖິງ​ຂໍ້​ຕົກລົງ​ໃໝ່​ມໍ່ໆ​ມາ​ນີ້​ກັບ​ບໍລິສັດ​ເຮືອບິນ Boeing (ອາ​ເມ​ລິ​ກາ), ຖື​ວ່າ: ສິ່ງດັ່ງກ່າວ ສະ​ແດງ​ໃຫ້​ເຫັນຈຸດປະສົງ​ຂອງ ອີຣານ ກ່ຽວ​ກັບ​ເລື່ອງ​ຮ່ວມ​ມື​ກັບ​ບັນ​ດາ​ບໍລິສັດ ອາ​ເມ​ລິ​ກາ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ