ອີຣານ ຮັບຮອງເອົາຮ່າງກົດໝາຍຮັບຮູ້ Jerusalem ເປັນນະຄອນຫລວງ ປາແລັດສະຕິນ

(VOVWORLD) - ວັນທີ 24 ທັນວາ, ບັນດາສະມາຊິກລັດຖະສະພາ ອີຣານ ໄດ້ໃຫ້ສັດຕະຍາບັນຮ່າງກົດໝ່າຍສະບັບໜຶ່ງ
ອີຣານ ຮັບຮອງເອົາຮ່າງກົດໝາຍຮັບຮູ້ Jerusalem ເປັນນະຄອນຫລວງ ປາແລັດສະຕິນ - ảnh 1 ອີຣານ ຮັບຮອງເອົາຮ່າງກົດໝາຍຮັບຮູ້ Jerusalem ເປັນນະຄອນຫລວງ ປາແລັດສະຕິນ (ພາບ: ອິນເຕີແນັດ)

ໃນນັ້ນ ຮັບຮູ້ Jerusalem ເປັນນະຄອນຫລວງຕະຫລອດການຂອງລັດ ປາແລັດສະຕິນ. ຮ່າງກົດໝາຍດັ່ງກ່າວ ໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 187 ບັດ, ບັດຄ້ານ 15 ບັດ ແລະ ບັດຂາວ 9 ບັດ ໃນຈຳນວນສະມາຊິກລັດຖະສະພາ 233 ທ່ານທີ່ມີໜ້າຢູ່ກອງປະຊຸມເປີດເຜີຍຂອງສະພາແຫ່ງຊາດ ອີຣານ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດອົງການຮ່ວມມືອິດສະລາມ (OIC) ດຳ ເນີນຢູ່ Istanbul ຂອງ ຕວກກີ, ການນຳກວ່າ 50 ປະເທດສະມາຊິກໄດ້ອອກຖະແຫຼງການຮ່ວມ ຮຽກຮ້ອງປະຊາຄົມສາກົນຮັບຮູ້ Jerusalem ເປັນນະຄອນຫລວງຂອງ ປາແລັດສະຕິນ. ບັນດາການນຳອິດສະລາມ ຖືຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ຮັບຮູ້ Jerusalem ເປັນນະຄອນຫລວງຂອງ ອິດສະຣາແອັນ ແມ່ນບໍ່ມີຜົນສັກສິດດ້ານນິຕິກຳ ແລະ ເປັນການທຳລາຍບັນດາຄວາມມານະພະຍາຍາມເພື່ອສັນຕິພາບຢູ່ຕາເວັນອອກກາງ.

ຕອບກັບ

ຂ່າວ/ບົດ​ອື່ນ