ອີ​ຣານ ຮຽກ​ຮ້ອງ ອີ​ຣັກ​ມີ ມາດ​ຕະ​ການ ​ແກ້​ໄຂ ຕໍ່ “ບັນ​ດາ​ກຸ່ມ​ການ​ກໍ່​ການ​ຮ້າຍ” ຢູ່​ເຂດ​ຊາຍ​ແດນ

(VOVWORLD) -  ອີຣານໄດ້ຮຽກຮ້ອງໃຫ້ ລັດຖະບານ ອີຣັກ ມີມາດຕະການ ແກ້ໄຂ “ບັນດາກຸ່ມການກໍ່ການຮ້າຍ” ຢູ່ເຂດຊາຍແດນ ລະຫວ່າງສອງປະເທດຢ່າງສິ້ນເຊິ່ງ.
ອີ​ຣານ ຮຽກ​ຮ້ອງ ອີ​ຣັກ​ມີ ມາດ​ຕະ​ການ ​ແກ້​ໄຂ ຕໍ່ “ບັນ​ດາ​ກຸ່ມ​ການ​ກໍ່​ການ​ຮ້າຍ” ຢູ່​ເຂດ​ຊາຍ​ແດນ - ảnh 1ດ່ານຊາຍແດນລະຫວ່າງ ອີຣານ ແລະ ອີຣັກ ຢູ່ນະຄອນ Basra, ອີຣັກ, ພາບ: AFP/TTXVN

ວັນທີ 3 ທັນວາ, ໃນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia' al-Sudani ຢູ່ Baghdad, ທ່ານ Mohammad Baqeri ປະທານ ສະພາເສນາທິການໃຫຍ່ ບັນດາກຳລັງປະກອບອາວຸດ ອີຣານ ໄດ້ຕີລາຄາສູງ ລັດຖະບານ ອີຣັກ ກ່ຽວກັບການປະຕິບັດຂໍ້ຕົກລົງກ່ຽວກັບການປ້ອງກັນຄວາມໝັ້ນຄົງ ລະຫວ່າງສອງປະເທດ ທີ່ໄດ້ລົງນາມເມື່ອເດືອນມີນາປີ 2023, ໃນນັ້ນ ໄດ້ຮຽກຮ້ອງໃຫ້ປົດກຳລັງອາວຸດ ຂອງ ບັນດາກຸ່ມການກໍ່ການຮ້າຍ” ທີ່ເຄື່ອນໄຫວຢູ່ເຂດຊາວ Kurd ເຄິ່ງ ປົກຄອງດ້ວຍຕົນເອງ ຂຶ້ນກັບ ອີຣັກ ແລະ ເຄື່ອນຍ້າຍກຸ່ມຄົນນີ້ ອອກຈາກເຂດໃກ້ກັບຊາຍແດນລວມ.

ສ່ວນທ່ານນາຍົກລັດຖະມົນຕີ ອີຣັກ Mohammed Shia' al-Sudani ຖືວ່າ ສອງປະເທດ ຄວນສົມທົບກັນແກ້ໄຂບັນຫານີ້, ໄປຄຽງຄູ່ກັນນັ້ນກໍ່ແມ່ນການປັບປຸງການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ