ອີຣານ ຮຽກຮ້ອງ ໃຫ້ຢຸດຕິການສືບສວນສອບສວນຢູ່ບັນດາສະຖານທີ່ນິວເຄຼຼຍບໍ່ທັນໄດ້ປະກາດ

(VOVWORLD) - ທ່ານ Raisi ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນສະພາບການທີ່ ອີຣານ ພວມຕີລາຄາປະຕິກິລິຍາຂອງ ອາເມລິກາ ຕໍ່ບັນດາຂໍ້ສະເໜີຂອງ ເຕເຮຣານ ກ່ຽວກັບ ຮ່າງເອກະສານ “ສະບັບສຸດທ້າຍ”
ອີຣານ ຮຽກຮ້ອງ ໃຫ້ຢຸດຕິການສືບສວນສອບສວນຢູ່ບັນດາສະຖານທີ່ນິວເຄຼຼຍບໍ່ທັນໄດ້ປະກາດ - ảnh 1ທ່ານປະທານາທິບໍດີ ອີຣານ Ebrahim Raisi ກ່າວຄຳເຫັນທີ່ ເຕເຮຣານ (ພາບ: AFP/TTXVN)

ວັນທີ 29 ສິງຫາ, ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫຼວງ ເຕເຮຣານ, ທ່ານປະທານາທິບໍດີ ອີຣານ Ebrahim Raisi ໄດ້ປະກາດວ່າ: ຄວາມມານະພະຍາຍາມຟື້ນຟູຂໍ້ຕົກລົງດ້ານນິວເຄຼຍ ປີ 2015 ລະຫວ່າງ ເຕເຮຣານ ກັບບັນດາປະເທດມະຫາອຳນາດໃນໂລກແມ່ນ “ໄຮ້ເຫດຜົນ” ຖ້າຫາກວ່າ ອົງການພະລັງງານປະລະມານູສາກົນ (IAEA) ບໍ່ຢຸດຕິການສືບສວນສອບສວນກ່ຽວກັບສະຖານທີ່ນິວເຄຼຍທີ່ຍັງບໍ່ທັນໄດ້ປະກາດຂອງປະເທດ ສາທາລະລັດ ອິດສະລາມນີ້.

        ທ່ານ Raisi ໄດ້ຍົກອອກຄຳຖະແຫຼງດັ່ງກ່າວໃນສະພາບການທີ່ ອີຣານ ພວມຕີລາຄາປະຕິກິລິຍາຂອງ ອາເມລິກາ ຕໍ່ບັນດາຂໍ້ສະເໜີຂອງ ເຕເຮຣານ ກ່ຽວກັບ ຮ່າງເອກະສານ “ສະບັບສຸດທ້າຍ” ໂດຍສະຫະພາບເອີລົບ (EU) ຍົກອອກມາເພື່ອແນໃສ່ກອບກູ້ເອົາຂໍ້ຕົກລົງນິວເຄຼຍ ອີຣານ (ແຜນການເຄື່ອນໄຫວຮ່ວມຮອບດ້ານ - JCPOA). ອີຣານ ໄດ້ຮຽກຮ້ອງໃຫ້ IAEA ຢຸດຕິການສືບສວນສອບສວນຢ່າງຕໍ່ເນື່ອງ ກ່ອນທີ່ຟື້ນຟູຂໍ້ຕົກລົງນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ