ອີຣານ ຮຽກຮ້ອງສັນຕິພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດອິດສະລາມ

(VOVWORLD) - ທ່ານປະທານາທິບໍດີ ອີຣານ Hassan Rouhani ຮຽກຮ້ອງສັນຕິພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດອິດສະລາມຫລາຍກ່ວາອີກ. 
ອີຣານ ຮຽກຮ້ອງສັນຕິພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດອິດສະລາມ - ảnh 1 ທ່ານປະທານາທິບໍດີ ອີຣານ Hassan Rouhani ພາບ:Famous People

ວັນທີ 10 ກັນຍາ, ກ່າວຄຳເຫັນທີ່ກອງປະຊຸມສຸດຍອດອົງການຮ່ວມມືອິດສະລາມ (OIC), ດຳເນີນຢູ່ນະຄອນຫລວງ ອາຕານາ ຂອງປະເທດ ກາຊັກສະຖານ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຢືນຢັນວ່າ ຄວາມສາມັກຄີ ແລະ ເອກະພາບໃນວົງຄະນະຍາດຊາວມຸດສະລິມແມ່ນຈຳເປັນກ່ວາເວລາໃດໝົດ. ທ່ານປະທານາທິບໍດີ ອີຣານ Hassan Rouhani ຖືວ່າ: ບັນດາການກະທຳຂອງຊາວ ອິດສະລາແອັນ ຕໍ່ກັບຊາວ ປາແລັດສະຕິນ, ບັນຫາຊາວມຸດສະລິມ Rohingya ຢູ່ ມຽນມາ, ບັນດາເຫດວິນາດສະກຳດ້ານມະນຸດສະທຳ ໂດຍບັນດາກຸ່ມຫົວຮຸນແຮງກໍ່ຂຶ້ນຢູ່ ຊີຣີ ແລະ ອີຣັກ, ກໍ່ຄືການປີນຂັ້ນໄດບັນດາການກະທຳດ້ານການທະຫານຕ້ານຊາວ ເຢແມນ ໄດ້ເຮັດໃຫ້ການຮັກສາຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນວົງຄະນະຍາດຊາວມຸດສະລິມກາຍເປັນເລື່ອງ ຈຳເປັນກ່ວາເວລາໃດໝົດ. ການນຳ ອີຣານ ກໍ່ໃຫ້ຮູ້ວ່າ ອີຣານ ຍາມໃດກໍ່ຖືເປັນສຳຄັນ ເລື່ອງສ້າງບັນຍາກາດການເມືອງ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມເປັນປົກກະຕິຢູ່ບັນດາປະເທດອິດສະລາມ.

ຕອບກັບ

ຂ່າວ/ບົດ​ອື່ນ