ອີຣານ ຮຽກຮ້ອງເຈລະຈາລະຫວ່າງລັດຖະບານ ອີຣັກ ແລະ ຊາວ Kurd

(VOVWORLD) - ວັນທີ 2 ຕຸລາ, ທ່ານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຮຽກຮ້ອງດຳເນີນບັນດາການເຈລະຈາ ລະຫວ່າງລັດຖະບານ ອີຣັກ ແລະ ວົງການເຈົ້າໜ້າທີ່ຊາວ Kurd ທີ່ຢູ່ພາກເໜືອ ເພື່ອແນໃສ່ແກ້ໄຂບັນດາການຂັດແຍ້ງກັນ. 
ອີຣານ ຮຽກຮ້ອງເຈລະຈາລະຫວ່າງລັດຖະບານ ອີຣັກ ແລະ ຊາວ Kurd - ảnh 1 ທ່ານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ອີຣານ

(ພາບ: AFP/TTXVN). 

ທ່ານລັດຖະມົນຕີການຕ່າງປະເທດ Zarif ໄດ້ເນັ້ນໜັກວ່າ: ການລົງປະຊາມະຕິຢູ່ເຂດປົກຄອງດ້ວຍຕົນເອງຂອງຊາວ Kurd ກ່ຽວກັບເອກະລາດ ແມ່ນຕ້ານລັດຖະທຳມະນູນຂອງ ອີຣັກ, ສິ່ງດັ່ງກ່າວບໍ່ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຊາວ Kurd ກໍ່ຄືຄວາມບໍ່ເປັນທຳ ສຳລັບຄວາມໝັ້ນຄົງຂອງ ອີຣັກ. ທ່ານ Zarif ກ່າວເຕືອນໝາກຜົນຂອງການລົງປະຊາມະຕິນີ້ອາດຈະພາໄປເຖິງສະພາບຂາດສະຖຽນລະພາບຢູ່ ອີຣັກ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ